ລັດຖະມົນຕີ ກຊສ ຕ້ອນຮັບ ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ (CEO of MRCS)

ໃນຕອນບ່າຍຂອງວັນທີ 6 ກຸມພາ 2025 ທີ່ຜ່ານມາ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ບຸດສະດີ ສັນຕິພິທັກສ໌, ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ (CEO of MRCS) ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທີ່ທ່ານ ນາງ ບຸດສະດີ ສັນຕິພິທັກສ໌ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຫົວໜ້າ ກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ (CEO of MRCS) ເຊິ່ງເປັນການສືບຕໍ່ພາລະກິດໃນການຄຸ້ມຄອງກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ ຕາມສັນຍາແມ່ນໍ້າຂອງປີ 1995 ແລະ ທັງສອງຝ່າຍຍັງໄດ້ມີການແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບແຜນການ ແລະ ບຸລິມະສິດຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ (MRC) ເປັນຕົ້ນແມ່ນການກະກຽມສະເຫຼີມສະຫຼອງ ວັນເຊັນສັນຍາແມ່ນໍ້າຂອງຄົບຮອບ 30 ປີ, ບັນຫາອື່ນໆທີ່ກ່ຽວຂ້ອງໃນອ່າງແມ່ນໍ້າຂອງ ເຊັ່ນ: ມົນລະພິດໝອກຄວັນຂ້າມແດນ, ຄຸນນະພາບນ້ຳ, ມົນລະພິດປລາສຕິກ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ອ່າງແມ່ນ້ຳຂອງ. ພ້ອມທັງຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືກັບຄູ່ຮ່ວມມືເຝົ້າລະວັງແມ່ນ້ຳ, ລວມທັງຄວາມຈຳເປັນອັນຮີບດ່ວນຂອງແຜນທີ່ນ້ຳຖ້ວມ ແລະ ລະບົບເຕືອນໄພລ່ວງໜ້າເພື່ອກຽມພ້ອມຮັບມືກັບໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.
ໃນຕອນທ້າຍ ທ່ານລັດຖະມົນຕີ ກໍໄດ້ອວຍພອນໃຫ້ທ່ານ ນາງ ບຸດສະດີ ສັນຕິພິທັກສ໌, ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ເປັນ ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ ຢູ່ ສປປ ລາວ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບັນດາປະເທດສະມາຊິກ ຄະນະກຳມາທິການແມ່ນນໍ້າຂອງສາກົນ ໃຫ້ສາມາດກຸຸ້ມຕົນເອງໄດ້ພາຍໃນປີ 2030.

ແຫຼ່ງຂ່າວຈາກ: ໜ່ວຍຂ່າວ ກຊສ

PHP Code Snippets Powered By : XYZScripts.com