ພິທີຝຶກອົບຮົມການນໍາໃຊ້ຄຳສັ່ງ ໃນແອັບພິເຄຊັນ ONE MEKONG ແລະ ມອບຮັບອຸປະກອນຮັບໃຊ້ ເຂົ້າໃນວຽກງານຕອບໂຕ້ ໄພພິບັດຂັ້ນແຂວງຈຳປາສັກ

ໃນວັນທີ 7 ສິງຫາ 2025, ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ຈັດພິທີຝຶກອົບຮົມການນໍາໃຊ້ຄຳສັ່ງ ໃນແອບພິເຄຊັນ ONE MEKONG ເພື່ອສະໜັບສະໜູນການແຈ້ງເຕືອນລ່ວງໜ້າໂດຍຊຸມຊົນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ, ຄະນະກົມອຸຕຸນິຍົມ ແລະ ອຸທົກກະສາດ, ມີ ທ່ານຫົວໜ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ພ້ອມດ້ວຍ ຫົວໜ້າພະແນກ, ຮອງພະແນກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວເປີດພິທີໃນບາງຕອນວ່າ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນຖານະ ເປັນເສນາທິການໃນການຕິດຕາມສະພາບອຸຕຸນິຍົມ ແລະ ອຸທົກກະສາດ ແລະ ການແຈ້ງເຕືອນໄພລ່ວງໜ້າ ກໍ່ໄດ້ເອົາໃຈໃສ່ ແລະ ເຮັດວຽກຢ່າງຕັ້ງໜ້າເພື່ອຫຼຸດຜ່ອນຄວາມສ່ຽງທີ່ອາດເກີດຂຶ້ນຈາກໄພທໍາມະຊາດ ໂດຍສະເພາະ ການເພີ່ມທະວີໃນການພະຍາກອນອາກາດ ແລະ ຕິດຕາມສະພາບອາກາດ ແລະ ນໍ້າ ໂດຍສົມທົບກັບຫຼາຍຂະແໜງການ ໃນນັ້ນ ກໍ່ແມ່ນ ຄະນະກໍາມາທິການແມ່ນໍ້າຂອງສາກົນ. ເຊິ່ງທາງຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ພັດທະນາ ແລະ ນໍາສະເໜີ ແອັບ One Mekong App ເຊີ່ງເປັນເຄື່ອງມືອອກແບບເພື່ອລາຍງານຂໍ້ມູນອຸຕຸ ແລະ ອຸທົກກະສາດ. ເຄື່ອງມືດັ່ງກ່າວສາມາດເຂົ້າເບິ່ງລະດັບນໍ້າ, ການພະຍາກອນອາກາດ, ການຕິດຕາມໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ແລະ ການແຈ້ງເຕືອນໄພພິບັດຕ່າງໆ ໂດຍອີງໃສ່ຂໍ້ມູນຈາກເຄືອຂ່າຍສະຖານີຫຼັກຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ. ໃນພິທີ ຍັງໄດ້ຮັບຟັງການນຳສະເໜີກ່ຽວກັບຄຳສັ່ງ iReport ໃນແອັບດັ່ງກ່າວ ເພື່ອລາຍງານສະພາບນໍ້າຖ້ວມ, ແຫ້ງແລ້ງ ຜ່ານການຖ່າຍພາບ, ການລະບຸທີ່ຕັ້ງ ແລະ ອະທິບາຍສະພາບເຫດການເຊີ່ງຈະສ້າງໃຫ້ຜູ້ມີສ່ວນຮ່ວມໃນທ້ອງຖິ່ນຈາກທີ່ເປັນຜູ້ຮັບຂໍ້ມູນ ກາຍເປັນຜູ້ປະກອບສ່ວນຢ່າງຕັ້ງໜ້າ. ໂດຍເປີດໂອກາດໃຫ້ຊາວບ້ານ ຫຼື ຜູ້ຕິດຕາມສະພາບນໍ້າໃນລະດັບທ້ອງຖິ່ນໄດ້ສົ່ງຂໍ້ມູນໃນພື້ນທີ່ຕົວຈິງ ແລະ ລາຍງານສະພາບການໄດ້ຢ່າງທັນການ, iReport ຈະເຮັດໃຫ້ລະບົບແຈ້ງເຕືອນໄພລ່ວງໜ້າສາມາດກະຈ່າຍຂ່າວໄດ້ໄວຂຶ້ນ ແລະ ເຮັດໃຫ້ການຕອບໂຕ້ສຸກເສີນຖືກຈັດຕັ້ງປະຕິບັດໄດ້ໂດຍໄວ. ຊ່ອງທາງການສື່ສານສອງຝ່າຍນີ້ຈະສ້າງຄວາມເຊື່ອໝັ້ນ ແລະ ການມີສ່ວນຮ່ວມລະຫວ່າງທ້ອງຖິ່ນ ແລະ ການຈັດຕັ້ງ ເຮັດໃຫ້ຄວາມສາມາດໃນລະດັບພາກພື້ນສາມາດຮັບມືກັບໄພທໍາມະຊາດໄດ້ຢ່າງມີປະສິດທິຜົນຂຶ້ນກວ່າເກົ່າ. ໃນຕອນທ້າຍພິທີຍັງໄດ້ມີພິທີມອບຮັບອຸປະກອນ ໂທລະສັບໃຫ້ ກົມອຸຕຸນິຍົມ ແລະ ອຸທົກກະສາດເພື່ອນຳໃຊ້ໃນແອັບ One Mekong App ແລະ ມອບອຸປະກອນກູ້ໄພທາງນ້ຳເຂົ້າໃນວຽກງານຕອບໂຕ້ ໄພພິບັດຂັ້ນແຂວງ ແຂວງຈຳປາສັກ ໂດຍ ການເປັນສັກຂີພິຍານຂອງຜູ້ເຂົ້າຮ່ວມໃນງານດັ່ງກ່າວອີກດ້ວຍ.

*ແຫຼ່ງຂ່າວ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ

PHP Code Snippets Powered By : XYZScripts.com