ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ ການເຝົ້າລະວັງ ພາຍຸໄຕ້ຝຸ່ນ ບົວລອຍ(BUALOI) ຫົວທີ 20 ປະຈຳປີ 2025

ໃນຕອນແລງຂອງວັນທີ 28 ກັນຍາ 2025 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ ການເຝົ້າລະວັງ ພາຍຸໄຕ້ຝຸ່ນ ບົວລອຍ(BUALOI) ຫົວທີ 20 ປະຈຳປີ 2025, ໄດ້ເຄື່ອນທີ່ເຂົ້າມາທາງພາກກາງຂອງ ສສ ຫວຽດນາມ ແລະ ໄດ້ອ່ອນກຳລັງລົງກາຍເປັນພາຍຸໝຸນເຂດຮ້ອນ, ພາຍຸຫົວນີ້ ຈະສືບຕໍ່ເຄື່ອນເຂົ້າພາກກາງ ແລະ ພາກເໜືອຂອງປະເທດລາວ ໃນວັນທີ 29-30 ກັນຍາ 2025 ນີ້, ເຊິ່ງທ່ານໄດ້ມີການແຕ່ງຕັ້ງທີມງານປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອເຝົ້າລະວັງສະພາບລະດັບນ້ຳ, ສະພາບອາກາດ ຖ້າຫາກຢູ່ໃນລະດັບເຕືອນໄພ ຈຶ່ງຈະສາມາດແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ກຽມຮັບມືຢ່າງທັນການ ເພື່ອຫຼຸດຜ່ອນຜົນເສຍຫາຍທີ່ອາດຈະເກີດຂຶ້ນ.

PHP Code Snippets Powered By : XYZScripts.com