ໃນຕອນແລງຂອງວັນທີ 25 ສິງຫາ 2025 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ ການເຝົ້າລະວັງ ສະພາບໄພພິບັດທີ່ອາດຈະເກີດຂຶ້ນໃນໄລຍະວັນທີ 25-27 ສິງຫາ 2025 ເນື່ອງຈາກ ປັດຈຸບັນພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13 ປະຈຳປີ 2025 ປັດຈຸບັນໄດ້ເພີ່ມກຳລັງແຮງຂຶ້ນ ແລະ ກໍາລັງເຄື່ອນທີ່ມາທາງເຂດທະເລຈີນໃຕ້ຕອນກາງ ໃກ້ກັບພາກກາງ ຂອງ ສສ ຫວຽດນາມ, ເຊິ່ງມີຈຸດສູນກາງໃນເສັ້ນຂະໜານທີ 14.4 ອົງສາເໜືອ ແລະ ເສັ້ນແວງທີ 107.4 ອົງສາຕາເວັນອອກ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກກາງ ຂອງ ສສ ຫວຽດນາມ ໃນຕອນຄ່ຳຂອງມື້ນີ້.ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກເໜືອຂອງ ສປປ ລາວ ໃນໄລຍະວັນທີ 25 ຫາ 26 ສິງຫາ 2025 ນີ້. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມຈະມີລົມພັດແຮງຢູບາງທ້ອງຖິ່ນ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເຊິ່ງທ່ານໄດ້ມີການແຕ່ງຕັ້ງທີມງານປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອເຝົ້າລະວັງສະພາບລະດັບນ້ຳ, ສະພາບອາກາດ ຖ້າຫາກຢູ່ໃນລະດັບເຕືອນໄພ ຈຶ່ງຈະສາມາດແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ກຽມຮັບມືຢ່າງທັນການ ເພື່ອຫຼຸດຜ່ອນຜົນເສຍຫາຍທີ່ອາດຈະເກີດຂຶ້ນ.
- ໜ້າຫຼັກ
- ລະບົບຕິດຕາມ
- ຂໍ້ມູນຂ່າວສານ
- ພະຍາກອນລະດັບນໍ້າຂອງ
- ສະຖານີ_ຊຽງແສນ
- ສະຖານີ_ຫຼວງພະບາງ
- ສະຖານີ_ຊຽງຄານ
- ສະຖານີ_ວຽງຈັນ
- ສະຖານີ_ໜອງຄາຍ
- ສະຖານີ_ປາກຊັນ
- ພະຍາກອນສະຖານີ_ນະຄອນພະນົມ
- ສະຖານີ_ທ່າແຂກ
- ພະຍາກອນສະຖານີ_ມຸກດາຫານ
- ສະຖານີ_ສະຫວັນນະເຂດ
- ພະຍາກອນສະຖານີ_ໂຂງຈຽມ
- ສະຖານີ_ປາກເຊ
- ພະຍາກອນສະຖານີ_ຊຽງແຕງ
- ພະຍາກອນສະຖານີ_ກະແຈະ
- ພະຍາກອນສະຖານີ_ກໍາປົງຈາມ
- ພະຍາກອນສະຖານີ_ພະນົມເປັນບາສັກ
- ພະຍາກອນສະຖານີ_ທ່າເຮືອພະນົມເປັນ
- ພະຍາກອນສະຖານີ_ເກາະແຄນ
- ພະຍາກອນສະຖານີ_ແນັກລອງ
- ພະຍາກອນສະຖານີ_ແປັກກະດາມ
- ພະຍາກອນສະຖານີ_ຕັນເຈົ່າ
- ພະຍາກອນສະຖານີ_ເຈົ່າດອກ
- ລະບຽບການຂອງ ຄມສ
- ສະແດງຂື້ນໜ້າຈໍ
- ຂ່າວ
- ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ
ພາສາລາວ