ໃນຕອນແລງຂອງວັນທີ 20 ກໍລະກົດ 2025 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມຊັບພະຍາກອນນ້ຳ, ກົມຊົນລະປະທານ, ກອງເລຂາແມ່ນ້ຳຂອງແຫ່ງຊາດ ໄດ້ລົງຕິດຕາມຊຸກຍູ້ ການເຝົ້າລະວັງ ສະພາບໄພພິບັດທີ່ອາດຈະເກີດຂຶ້ນໃນໄລຍະວັນທີ 21-23 ກໍລະກົດ 2025 ເນື່ອງຈາກ ປັດຈຸບັນພາຍຸໝູນເຂດຮ້ອນ ວິພາ (Wipha)ມີຈຸດສູນກາງໃນເສັ້ນຂະໜານທີ 21.5ອົງສາເໜືອ ແລະ ເສັ້ນແວງທີ່ 110,4 ອົງສາຕາເວັນອອກ, ພາຍຸຫົວນີ້ກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ດ້ວຍຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະອ່ອນກໍາລັງລົງກາຍເປັນພາຍຸ ດີເປຼຣຊັນ ແລະ ຈະເຄື່ອນທີ່ຂື້ນແຄມຝັ່ງພາກເໜືອຂອງສສ ຫວຽດນາມ ໃນຄ່ຳຄືນຂອງວັນທີ 22 ກໍລະກົດ 2025. ຈາກນັ້ນຈະອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ທາງພາກ ເໜືອຂອງ ສປປ ລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ເຊິ່ງໄດ້ມີການແຕ່ງຕັ້ງທີມງານປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອເຝົ້າລະວັງສະພາບລະດັບນ້ຳ, ສະພາບອາກາດ ຖ້າຫາກຢູ່ໃນລະດັບເຕືອນໄພ ຈຶ່ງຈະສາມາດແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ກຽມຮັບມືຢ່າງທັນການ ເພື່ອຫຼຸດຜ່ອນຜົນເສຍຫາຍທີ່ອາດຈະເກີດຂຶ້ນ.
*ແຫຼ່ງຂ່າວ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ