ໃນລະຫວ່າງ ວັນທີ 24-25 ກັນຍາ 2025, ທີ່ຜ່ານມາ ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ນໍາໂດຍ ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມແລກປ່ຽນວິຊາການ ຄັ້ງທີ 4 ຂອງການຮ່ວມມືດ້ານຊັບພະຍາກອນນໍ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢູ່ທີ່ ວູຮັນ, ສປ ຈີນ.
ເພື່ອສືບຕໍ່ຜັນຂະຫຍາຍຜົນ ຂອງກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ເພື່ອສົ່ງເສີມຮ່ວມວິໄສທັດ ຂອງການສ້າງຄູ່ຮ່ວມຊາຕາກໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໃນປີ 2025, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC) ຂອງ 6 ປະເທດສະມາຊິກ ( ກໍາປູເຈຍ, , ສປ.ຈີນ, ສປປ ລາວ, ມຽນມ້າ, ໄທ, ແລະ ຫວຽດນາມ ) ໄດ້ກ້າວເຂົ້າສູ່ປີທີ 10 ຂອງການຮວມມື. ຂົງເຂດດ້ານຊັບພະຍາກອນນໍ້າແມ່ນໜຶ່ງໃນຫ້າຂົງເຂດບູລິມະສິດ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເຊີ່ງໃນໄລຍະຫຼາຍປີທີ່ຜ່ານມາ ໄດ້ສົ່ງເສີມການຍົກລະດັບການຮ່ວມມືດ້ານຊັບພະຍາກອນນໍ້າທີ່ດີຂຶ້ນ ແລະ ມີປະສິດທິຜົນສູງ ໃນການຜັກດັນການພັດທະນາແບບຍືນຍົງ ຂອງອ່າງແມ່ນໍ້າຂອງ ແລະ ພາກພື້ນ. ຜ່ານມາແມ່ນໄດ້ ສໍາເລັດຜົນເປັນຢ່າງດີ ໃນການຈັດກອງປະຊຸມແລກປ່ຽນວິຊາການ ການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 3 ຄັ້ງຄື ໃນປີ 2018, 2021 ແລະ 2023 ຕາມລໍາດັບ. ສະນັ້ນ, ເພື່ອສືບຕໍ່ການຮ່ວມມືດ້ານຊັບພະຍາກອນນໍ້າ ກະຊວງຊັບພະຍາກອນນໍ້າ ສປ.ຈີນ ຈຶ່ງໄດ້ເປັນເຈົ້າພາບຈັດກອງປະຊຸມແລກປ່ຽນວິຊາການ (Forum) ການຮ່ວມມືດ້ານຊັບພະຍາກອນນໍ້າ ຄັ້ງທີ 4 ຂອງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້ ‘‘ຄວາມໝັ້ນຄົງຂອງນໍ້າ ແລະ ພັດທະນາເສດຖະກິດ-ສັງຄົມແບບຍືນຍົງ’’, ເຊິ່ງໄດ້ເຊີນບັນດາລັດຖະມົນຕີຂົງເຂດນໍ້າ, ຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະເທດກໍາປູເຈຍ, ສປ.ຈີນ, ສປປ ລາວ, ມຽນມ້າ, ໄທ, ແລະ ຫວຽດນາມ, ພ້ອມກັນນັ້ນກໍ່ມີຊ່ຽວຊານ ຈາກປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຜຸ້ຕາງໜ້າຈາກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອມາແລກປ່ຽນບົດຮຽນ ແລະ ປະສົບການ ດ້ານການຄຸ້ມຄອງຊັບພະຍາກອນນໍ້າ ກັບຜູ້ຕາງໜ້າຊ່ຽວຊານ ຈາກ ສປ.ຈີນ ເຊິ່ງມີຜູ້ແທນເຂົ້າຮ່ວມເປັນຈໍໍານວນ 78 ທ່ານ.
ໃນວາລະກ່າວເປີດກອງປະຊຸມ, ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນພາກພື້ນພາຍໃຕ້ຫົວຂໍ້ “ຄວາມໝັ້ນຄົງທາງນ້ຳ ແລະ ການພັດທະນາເສດຖະກິດສັງຄົມແບບຍືນຍົງ.” ທ່ານໄດ້ຍ້ອງຍໍການນຳພາ ແລະ ການສະໜັບສະໜູນຂອງຈີນໃນການຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳ ແລະ ໄດ້ຍົກໃຫ້ເຫັນສິ່ງທ້າທາຍຮ່ວມກັນຂອງຫົກປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ລວມທັງຄວາມທຸກຍາກ, ການປ່ຽນແປງຂອງດິນຟ້າອາກາດ, ແລະ ໄພທຳມະຊາດ. ເນື່ອງໃນໂອກາດຄົບຮອບ 10 ປີຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Lancang Mekong Cooperation – LMC), ທ່ານໄດ້ຍົກໃຫ້ເຫັນຄວາມຄືບໜ້າທີ່ສຳຄັນເຊັ່ນ: ແຜນດໍາເນີນງານ 5 ປີ (2023-2027), ບົດບັນທຶກຄວາມເຂົ້າໃຈກ່ຽວກັບການແລກປ່ຽນຂໍ້ມູນອຸທົກກະສາດ ແລະ ການສຶກສາຮ່ວມກັນກ່ຽວກັບການປ່ຽນແປງຂອງອຸທົກກະສາດ. ທ່ານໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງຈີນໂດຍຜ່ານກອງທຶນພິເສດ LMC, ທີ່ໄດ້ເສີມຂະຫຍາຍຄວາມສາມາດຄຸ້ມຄອງນ້ຳຂອງ ສປປ ລາວ. ພ້ອມດຽວກັນນີ້ ທ່ານໄດ້ຢືນຢັນຄຳໝັ້ນສັນຍາຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືຢ່າງເລິກເຊິ່ງ ໂດຍຜ່ານການປຶກສາຫາລືດ້ານນະໂຍບາຍ, ການຄົ້ນຄວ້າຮ່ວມ ແລະ ການສ້າງຄວາມອາດສາມາດ, ມຸ່ງໄປເຖິງບັນດາເປົ້າໝາຍການພັດທະນາແບບຍືນຍົງຮ່ວມ ແລະ ຄວາມສາມັກຄີພາກພື້ນທີ່ເຂັ້ມແຂງ.
ໃນລະຫວ່າງການເຂົ້າຮ່ວມກອງປະຊຸມແລກປ່ຽນວິຊາການ (Forum) ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກສ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມເປັນພະຍານໃນການເຊັນບົດບັນທຶກຂອງກອງປະຊຸມຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ທີ່ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2025 ຢູ່ທີ່ ວູຮັນ, ສປ ຈີນ. ແລະ ກອງປະຊຸມແລກປ່ຽນວິຊາການໃນຄັ້ງນີ້ ແມ່ນປະກອບມີຫົວຂໍ້ທີ່ນໍາມາແລກປ່ຽນ ປະກອບດ້ວຍ: 1) ຄວາມປອດໄພຂັ້ນພື້ນຖານສໍາລັບນໍ້າດື່ມ, 2) ຊົນລະປະທານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, 3) ການສ້າງລະບົບຄຸ້ມຄອງຄວາມທົນທານຕໍ່ສະພາບອາກາດສໍາລັບໄພນໍ້າຖ້ວມ ແລະ ແຫ້ງແລ້ງ, 4) ເສີມຂະຫຍາຍຄວາມສາມາດໃນການຄຸ້ມຄອງທົ່ວອ່າງ, ແລະ 5) ການຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມ. ນອກຈາກນັ້ນ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຍັງໄດ້ເດີນທາງໄປຢ້ຽມຢາມເຂື່ອນສາມຜາ (The Three Gorges) ເຊິ່ງເປັນເຂື່ອນໄຟຟ້າພະລັງນໍ້າທີ່ໃຫຍ່ທີ່ສຸດໃນໂລກ ມີບົດບາດສໍາຄັນໃນການຜະລິດກະແສໄຟຟ້າ, ປ້ອງກັນໄພນໍ້າຖ້ວມ ແລະ ປະສິດທິພາບໃນການເດີນເຮືອ ອີກດ້ວຍ.
*ແຫຼ່ງຂ່າວຈາກ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ