ໃນວັນທີ 30 ມິຖຸນາ 2025, ທີ່ ຫ້ອງປະຊຸມ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຈັດຝຶກອົບຮົມກ່ຽວກັບການກູ້ໄພທາງນ້ຳ ເພື່ອກະກຽມຮັບມືກັບໄພນ້ຳຖ້ວມ ແລະ ມອບ-ຮັບເຄື່ອງອຸປະກອນກູ້ໄພ ພາຍໃຕ້ກອບການຮ່ວມມືສາມຝ່າຍ (ລາວ – ສປ ຈີນ – GIZ) ໂດຍການເຂົ້າຮ່ວມຂອງ ທ່ານ ພອນປະເສີດ ພູລິພັນ, ຫົວໜ້າ ກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ບຸດສະດີ ສັນຕິພິທັກ ຫົວໜ້າກອງເລຂາຄະນະກຳມະທິການເເມ່ນ້ຳຂອງສາກົນ, ທ່ານ Marcus Lange ຫົວໜ້າພະແນກຮ່ວມມືອາຊີ GIZ, ທ່ານ ນາງ Sun Yanna ຮອງຫົວໜ້າພະແນກຮ່ວມມືສາກົນ ສູນຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດຂອງ ສປ ຈີນ, ນອກນັ້ນ ມີຜູ້ຕາງໜ້າ ຈາກ ກົມກອງອ້ອມຂ້າງພາຍໃນກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດິການສັງຄົມ, ກົມສື່ມວນຊົນ, ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມທັງໝົດ 40 ກວ່າທ່ານ.
ສຳລັບ ກອບການຮ່ວມມືສາມຝ່າຍ (ລາວ – ສປ ຈີນ – GIZ) ແມ່ນເພື່ອສະໜັບສະໜູນການຄຸ້ມຄອງໄພນໍ້າຖ້ວມ ແລະ ໄພພິບັດທາງທຳມະຊາດ ໃຫ້ແກ່ ສປປ ລາວ ໂດຍຜ່ານ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ, ສູນຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດຂອງ ສປ ຈີນ ທີ່ຮ່ວມກັນຈັດການຝຶກອົບຮົມດັ່ງກ່າວຂຶ້ນ ໂດຍຈຸດປະສົງກໍເພື່ອ (1) ສ້າງຄວາມສາມາດໃນການກູ້ໄພທາງນ້ຳໃຫ້ແກ່ພະນັກງານໃນບັນດາຂະແໜງການທີ່ກ່ຽວຂ້ອງ; (2) ເພື່ອຮັບຟັງປະສົບການ ແລະ ຝຶກຊ້ອມຕົວຈິງໃນການກະກຽມຮັບມືກັບໄພນ້ຳຖ້ວມ ແລະ (3) ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຊິ່ງນອກຈາກຮຽນພາກທິດສະດີແລ້ວ ຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ລົງຝຶກຊ້ອມໃນພື້ນທີ່ຕົວຈິງ ຢູ່ທີ່ແຄມຂອງ ຈຸດສະຖານີອຸທົກກະສາດ ທາງດ້ານຫລັງກົມອຸຕຸນິຍົມ ແລະ ອຸທົກກະສາດ ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕື່ມອີກ ແລະ ນອກຈາກການຈັດເຝິກອົບຮົມແລ້ວ ທາງ ສປ ຈີນ – GIZ ຍັງໄດ້ມອບເຮືອກູ້ໄພຈໍານວນ 2 ລໍາ ແລະ ອຸປະກອນ ຊຸດຊູຊີບ 50 ຊຸດ ໃຫ້ແກ່ ສປປ ລາວ ໂດຍຜ່ານ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ຕາງໜ້າຝ່າຍລາວຮັບໂດຍທ່ານ ພອນປະເສີດ ພູລິພັນ, ຫົວໜ້າ ກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ອີກດ້ວຍ.
*ແຫຼ່ງຂ່າວຈາກ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ