ໃນວັນທີ 06 ສິງຫາ 2025, ທີ່ຫ້ອງປະຊຸມ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ, ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໄດ້ຈັດກອງປະຊຸມລິເລີ່ມຈັດຕັ້ງປະຕິບັດ “ໂຄງການ ການປະຕິບັດງານການພະຍາກອນໄພນໍ້າຖ້ວມຕາມເວລາຕົວຈິງ ຂອງ ສປປ ລາວ ແລະ ເຂດແມ່ນໍ້າຂອງຕອນກາງ” ໂດຍການເປັນປະທານ ຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ, ທ່ານ ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ, ມີຜູ້ຕາງໜ້າຈາກ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ແລະ ແຂວງຈໍາປາສັກ ເຂົ້າຮ່ວມ.
ໃນທີ່ປະຊຸມ ຕາງໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໄດ້ນຳສະເໜີ ພາບລວມກ່ຽວກັບໂຄງການດັ່ງກ່າວວ່າ ໂຄງການ ການປະຕິບັດງານການພະຍາກອນໄພນໍ້າຖ້ວມຕາມເວລາຕົວຈິງ ຂອງ ສປປ ລາວ ແລະ ເຂດແມ່ນໍ້າຂອງຕອນກາງ ແມ່ນເປັນໂຄງການຮ່ວມກັນຈັດຕັ້ງປະຕິບັດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຊຶ່ງແມ່ນ ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ຮ່ວມກັບສະຖາບັນຄົ້ນຄວ້າໄຟຟ້າພະລັງນໍ້າ ແລະ ຊັບພະຍາກອນນໍ້າ ສປ.ຈີນ, ກະຊວງຊັບພະຍາກອນນ້ຳ ສປ. ຈີນ (China Institute of Water Resources and Hydropower Research) ມີຈຸດປະສົງ ໃນການສ້າງຄວາມເຂັ້ມແຂງ ແລະ ການສັງລວມຂໍ້ມູນອຸທົກກະສາດ ໃຫ້ເປັນລະບົບຄົບຊຸດ ແລະ ທັນສະໄໝຂຶ້ນເທື່ອລະກ້າວ, ທັງຮັບປະກັນການ ສະໜອງຂໍ້ມູນ-ຂ່າວສານ ໃຫ້ແກ່ການວາງແຜນຄຸ້ມຄອງ, ເຕືອນໄພລ່ວງໜ້າ ແລະ ການພະຍາກອນຕ່າງໆ ໂດຍສາມາດຮັບມືກັບສະພາບໄພພິບັດທຳມະຊາດທີ່ອາດຈະເກີດຂຶ້ນໄດ້ຢ່າງທັນການ ແລະ ຍືນຍົງ, ສາມາດຫຼຸດຜ່ອນຜົນກະທົບດ້ານຕ່າງໆ ທີ່ມີຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ກິດຈະການພັດທະນາຕ່າງໆ.
ໄລຍະເວລາຂອງການຈັດຕັ້ງປະຕິບັດໂຄງການແມ່ນແຕ່ປີ 2024-2026. ຫຼັງຈາກນັ້ນ ໃນທີ່ປະຊຸມກໍໄດ້ມີການປຶກສາຫາລືກັນຢ່າງກົງໄປກົງມາກ່ຽວກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວເພື່ອໃຫ້ເປັນໄປຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້.ໃນຕອນບ່າຍຂອງວັນດຽວກັນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ ລົງພາກສະໜາມເພື່ອຢ້ຽມຢາມສະຖານີອຸຕຸນິຍົມ ແລະ ອຸທົກກະສາດ/ການວັດແທກການພະຍາກອນໄພນໍ້າຖ້ວມ ທີ່ແຂວງຈໍາປາສັກ ອີກດ້ວຍ.