ກອງປະຊຸມລາຍງານຄວາມພ້ອມການຮັບມືກັບໄພນໍ້າຖ້ວມ ແລະ ການລະບາຍນໍ້າໃນ ນະຄອນຫລວງວຽງຈັນ

ໃນວັນ 31 ກໍລະກົດ 2025 ຢູ່ທີ່ກົມຊັບພະຍາກອນນ້ຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປືກສາຫາລື ກ່ຽວກັບ ຄວາມພ້ອມການຮັບມືກັບໄພນໍ້າຖ້ວມ ແລະ ການລະບາຍນໍ້າໃນ ນະຄອນຫລວງວຽງຈັນ ໂດຍພາຍໃຕ້ ການເປັນປະທານ ຂອງ ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແລະ ມີບັນດາຫົວໜ້າກົມ, ຮອງກົມ ພາຍໃນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຮອງຫົວຫນ້າ ພະແນກການ ອ້ອມຂ້າງ ໃນນະຄອນຫຼວງ, ຕາງໜ້າຈາກ ຫ້ອງການຄຸ້ມຄອງບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນທີ່ປະຊຸມໄດ້ຮັບຟັງການນຳສະເໜີ ຈຸດປະຕູນ້ຳທີ່ເປັນບູລິມະສິດຕ້ອງການປັບປຸງ ຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ; ຮັບຟັງການຈັດຕັ້ງປະຕິບັດໂຄງການຕ້ານແລ້ງ-ຕ້ານຖ້ວມ ໃນນະຄອນຫຼວງ ຈາກຕາງໜ້າກົມຊົນລະປະທານ. ຫຼັງຈາກນັ້ນໃນທີ່ປະຊຸມກໍໄດ້ມີການປຶກສາຫາລືກັນເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ໃນວັນຕໍ່ມາ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະກໍ່ໄດ້ລົງຕິດຕາມເບິ່ງພື້ນທີ່ຕົວຈິງຢູ່ທີ່ ຈຸດສູບນ້ຳ ຫ້ວຍນ້ຳມູນ, ໄປທີ່ບ້ານໂດນ ປະຕູນໍ້າຫ້ວຍໂດນ, ຫ້ວຍກຸງ ບ້ານນາກຸງ ເມືອງປາກງື່ມ, ຈຸດຮ່ອງພະຂາວ ບ້ານພະຂາວ ເມືອງໄຊທານີ ອີກດ້ວຍ.

*ແຫຼ່ງຂ່າວ: ຂ່າວສານ ກະສິກໍາ ແລະ ສິ່ງແວດລ້ອມ

PHP Code Snippets Powered By : XYZScripts.com