ກອງປະຊຸມປຶກສາຫາລື ກ່ຽວກັບ ການຄາດຄະເນ ແລະ ກະກຽມຮັບມືກັບໄພນໍ້າຖ້ວມ ປະຈຳປີ 2025

ໃນຕອນບ່າຍຂອງວັນທີ 1 ກໍລະກົດ 2025 ທີ່ຫ້ອງປະຊຸມ ກົມຊັບພະຍາກອນນ້ຳ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ມີ ກອງປະຊຸມປຶກສາຫາລື ກ່ຽວກັບ ການຄາດຄະເນ ແລະ ກະກຽມຮັບມືກັບໄພນໍ້າຖ້ວມ ປະຈຳປີ 2025 ໂດຍການເປັນປະທານຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍມີ ຫົວໜ້າກົມ ຮອງກົມ ຊັບພະຍາກອນນ້ຳ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມຊົນລະປະທານ, ກົມລ້ຽງສັດ ແລະ ການປະມົງ, ກົມປູກຝັງ, ກອງເລຂາຄະນະກຳມະການແມ່ນ້ຳຂອງ ແຫ່ງຊາດ ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອນຳສະເໜີຂໍ້ມູນການພະຍາກອນ, ການສ້າງຕົວແບບຈຳລອງນໍ້າຖ້ວມ ແລະ ການກະກຽມມາດຕະການ ແລະ ການປະສານງານຂອງທຸກຂະແໜງການເພື່ອພ້ອມກັນກະກຽມຮັບມືກັບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນ ໃນຊ່ວງທີ່ຄາດການວ່າພາຍຸອາດຈະພັດຜ່ານ ສປປ ລາວ ໃນເດືອນກໍລະກົດ ແລະ ເດືອນສິງຫາ 2025 ນີ້. ນອກນັ້ນ ໃນທີ່ປະຊຸມຍັງໄດ້ຮັບຟັງລາຍງານຈາກ ຊ່ຽວຊານ ຂອງ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (MRCS) ມານຳສະເຫນີ ກ່ຽວກັບ ການຄາດຄະເນ ແລະ ການກຽມພ້ອມຮັບມືກັບໄພນໍ້າຖ້ວມ ໃນອ່າງແມ່ນໍ້າຂອງ ໂດຍສະເພາະຕາມລໍາແມ່ນໍ້າຂອງ ໃນ ສປປ ລາວ ເພື່ອເປັນການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນລ່ວງໜ້າ ຫຼັງຈາກນັ້ນ ກໍໄດ້ມີການປຶກສາຫາລື ປະກອບຄຳຄິດຄຳເຫັນເພື່ອກຽມຮັບມືກັບ ໄພທຳມະຊາດ ທີ່ອາດຈະເກີດຂື້ນ.

ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກໍ່ໄດ້ເນັ້ນຍໍ້າໃຫ້ບັນດາຂະແໜງການຕ່າງໆ ເອົາໃຈໃສ່ຕໍ່ກັບວຽກງານເຝົ້າລະວັງ, ຕິດຕາມ ແລະ ແຈ້ງເຕືອນໄພນໍ້າຖ້ວມ ຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໂດຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຫຼຸດຜ່ອນຜົນກະທົບທາງລົບຕໍ່ກັບ ຊີວິດການເປັນຢູ່ ແລະ ຊັບສິນຂອງປະຊາຊົນ.

PHP Code Snippets Powered By : XYZScripts.com