ກອງປະຊຸມປຶກສາຫາລື ກ່ຽວກັບ ການຕິດຕາມສະພາບອາກາດ, ລະດັບນໍ້າຕາມລໍານໍ້າຂອງ, ແມ່ນໍ້າສາຂາ ແລະ ລະດັບນໍ້າຢູ່ອ່າງເກັບນໍ້າຂອງເຂື່ອນໄຟຟ້າ

ເພື່ອເປັນການຮັບມືກັບໄພນໍ້າຖ້ວມໃນລະດູຝົນ ປະຈຳປີ 2025, ໃນຕອນເຊົ້າ ຂອງ ວັນທີ 30 ພຶດສະພາ 2025, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມປຶກສາຫາລື ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກຊສ ກ່ຽວກັບ ການຕິດຕາມສະພາບນ້ຳ, ອາກາດ, ແຜ່ນດິນໄຫວ ແລະ ຕ້ານໄພນ້ຳຖ້ວມ ຮ່ວມກັບ ກະຊວງ ພະລັງງານ ແລະ ບໍ່ແຮ່, ກະຊວງ ແຮງງານ ສະຫວັດດີການ ແລະ ສັງຄົມ, ກະຊວງ ໂຍທາທິການແລະຂົນສົ່ງ, ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ບັນດາພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງແຂວງທົ່ວປະເທດ ແລະ ບັນດາເຂື່ອນໄຟຟ້າພະລັງນໍ້າ ໂດຍຜ່ານລະບົບສື່ສານທາງໄກ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານສະພາບອາກາດ; ລະດັບນໍ້າຕາມລຳແມ່ນໍ້າຂອງ ແລະ ແມ່ນໍ້່າສາຂາ, ລາຍງານລະດັບນໍ້າໃນອ່າງເກັບນໍ້າຂອງເຂື່ອນໄຟຟ້າພະລັງນໍ້າທົ່ວປະເທດ ເພື່ອແຈ້ງເຕືອນໃຫ້ແຕ່ລະຂະແໜງການຕ່າງໆຮັບຮູ້ ແລະ ວາງແຜນຮັບມືີຮ່ວມກັນລ່ວງໜ້າ.

ໃນກອງປະຊຸມ ໄດ້ຮັບຟັງການສະເໜີຈາກ ກົມ, ສະຖາບັນ ແລະ ກອງ ຈາກ ກະຊວງ ຊັບພະຍກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ສະພາບລວມຢູ່ໃນອ່າງແມ່ນ້ຳຂອງ ປະຈຳເດືອນ ແລະ ລະດູຝົນ ປີ 2025, ຮັບຟັງລາຍງານສະພາບການຄຸ້ມຄອງໄພນ້ຳຖ້ວມ ໂດຍການປະສານສົົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ(ເຂດທີ່ມີອ່າງເກັບນ້ຳ ເພື່ອຕ້ານຖ້ວມ, ເຂດທີ່ສ່ຽງໄພນ້ຳຖ້ວມ) ສະພາບກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ, ສະພາບອາກາດ, ອຸຕຸກະເສດ, ສະພາບແຜ່ນດິນໄຫວ ແລະ ໄພນ້ຳຖ້ວມ. ນອກຈາກນີ້, ກອງປະຊຸມໄດ້ຮັບຟັງການນໍາສະເໜີຈາກ ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບ ການຕິດຕາມລະດັບນໍ້າ ຢູ່ ອ່າງເກັບນໍ້າຂອງເຂື່ອນໄຟຟ້າ. ຫຼັງຈາກນັ້ນ ກໍໄດ້ມີການປຶກສາຫາລື ປະກອບຄຳຄິດຄຳເຫັນເພື່ອກຽມຮັບມືກັບ ໄພທຳມະຊາດ ທີ່ອາດຈະເກີດຂື້ນ.

ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກຊສ ກໍ່ໄດ້ກ່າວຂອບໃຈ ແລະ ຊົມເຊີຍຕໍ່ຂະແໜງການຕ່າງໆ ທີ່ມີຄວາມກຽມພ້ອມ ແລະ ເປັນເຈົ້າການໃນການຮັບມື ກັບ ໄພທຳມະຊາດ ທີ່ອາດເກີດຂຶ້ນ, ສຸດທ້າຍ ທ່ານກໍ່ໄດ້ເນັ້ນຍໍ້າໃຫ້ບັນດາຂະແໜງການຕ່າງໆ ເອົາໃຈໃສ່ຕໍ່ກັບວຽກງານເຝົ້າລະວັງ, ຕິດຕາມ ແລະ ແຈ້ງເຕືອນໄພນໍ້າຖ້ວມ ຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໂດຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຫຼຸດຜ່ອນຜົນກະທົບທາງລົບຕໍ່ກັບ ຊີວິດການເປັນຢູ່ ແລະ ຊັບສິນຂອງປະຊາຊົນ.

ຂ່າວໂດຍ: ໜ່ວຍຂ່າວ ກຊສ

PHP Code Snippets Powered By : XYZScripts.com