ກອງປະຊຸມຄັ້ງທີ່ 01 ຂອງຄະນະສະເພາະກິດຮ່ວມລາວ-ໄທ ເພື່ອພະຍາກອນໄພນໍ້າຖ້ວມລ່ວງໜ້າ ແລະ ການດຳເນີນງານຂອງເຂື່ອນ

ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ຮ່ວມກັບ ກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດລາວ, ສໍານັກງານຊັບພະຍາກອນນໍ້າແຫ່ງປະເທດໄທ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງ 2 ປະເທດລາວ-ໄທ ໄດ້ຮ່ວມກັນຈັດກອງປະຊຸມຄັ້ງທີ່ 1 ຂອງຄະນະສະເພາະກິດຮ່ວມລາວ-ໄທ ເພື່ອພະຍາກອນໄພນ້ຳຖ້ວມລ່ວງໜ້າ ແລະ ການດຳເນີນງານຂອງເຂື່ອນ (Ad-Hoc Joint Flood and Hydropower Coordination) ໃນວັນທີ 23 ມິຖຸນາ 2025 ທີ່ຈັງຫວັດຊຽງລາຍ ປະເທດໄທ. ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ: (1) ທົບທວນການຄາດຄະເນການພະຍາກອນນໍ້າຖ້ວມປະຈຳປີ 2025 ແລະ ກໍານົດຄວາມຕ້ອງການໃນການປະສານງານ; (2) ປຶກສາຫາລືແນວທາງໃນການປະສານງານຂອງເຂື່ອນໃນການຫຼຸດຜ່ອນໄພນໍ້າຖ້ວມ ແລະ ຈຳລອງສະຖານະການສຸກເສີນ; (3) ຄົ້ນຄວ້າ ແລະ ຊອກຫາແນວທາງການສ້າງຖານຂໍ້ມູນການດໍາເນີນງານຂອງເຂື່ອນຮ່ວມກັນ; (4) ແລກປ່ຽນປະສົບການການເຊື່ອມສານເສັ້ນບໍລິຫານຈັດການນໍ້າລວມສູນຂອງແຕ່ລະເຂື່ອນໃນຮູບແບບຂັ້ນໄດ; (5) ຮ່ວມກັນພັດທະນາກົນໄກການປະສານງານລະດັບພາກພື້ນ; ແລະ (6) ວາງແຜນໃນຕໍ່ໜ້າ ໂດຍສະເພາະມາດຕະການທີ່ຈັດຕັ້ງປະຕິບັດໄດ້ແທ້ ແລະ ກິດຈະກໍາຮ່ວມມືໃນອະນາຄົດ.

ເພື່ອໃຫ້ເກີດການບໍລິຫານຈັດການນໍ້າໃນແມ່ນໍ້າຂອງໃນໄລຍະລະດູຝົນຂອງປີນີ້, ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ (MRCS) ຄາດການໄວ້ວ່າ ໃນຊ້ວງເດືອນກໍລະກົດຈະມີປະລິມານນໍ້າໃນແມ່ນໍ້າຂອງເພີ່ມຂຶ້ນ, ເຊິ່ງສົ່ງຜົນໃຫ້ມີຄວາມສ່ຽງຕໍ່ການເກີດນໍ້າລົ້ນຝັ່ງ ແລະ ອາດຈະກະທົບຕໍ່ປະຊາຊົນຢູ່ສອງຝັ່ງຂອງ. ຄະນະເຮັດວຽກຮ່ວມ ໄດ້ຮ່ວມກັນກໍານົດແນວທາງດໍາເນີນງານ ລວມເຖິງແນວທາງການເຊື່ອມສານບໍລິຫານຈັດການນໍ້າກັບໂຄງສ້າງໄຟຟ້າພະລັງນໍ້າ ຂອງ ສປປ ລາວ ເພື່ອເພີ່ມປະສິດຕິພາບການຄວບຄຸມລະດັບນໍ້າໃນແມ່ນໍ້າຂອງ, ການຄາດການພື້ນທີ່ສ່ຽງອຸທົກກະໄພ ໂດຍເພີ່ມເຕີມເອົາຂໍ້ມູນດ້ານສະພາບອາກາດ, ຊັບພະຍາກອນນໍ້າ ແລະ ພະລັງງານໃສ່ ໂດຍຄໍານຶງເຖິງຄວາມຖືກຕ້ອງ ແລະ ແມ້ນຢໍາທີ່ສຸດ, ລວມໄປເຖິງການປຶກສາຫາລືແຜນການສໍາຫຼວດຮູບຕັດລໍານໍ້າ ຂອງແມ່ນໍ້າຂອງ ແລະ ການສໍາຫຼວດພື້ນທີ່ຕໍ່່າ ເພື່ອໃຫ້ໄດ້ຂໍ້ມູນທີ່ເປັນປະຈຸບັນສໍາລັບໃຊ້ໃນການວາງແຜນ ແລະ ກໍານົດມາດຕະການປ້ອງກັນນໍ້າຖ້ວມທີ່ເໝາະສົມ.

PHP Code Snippets Powered By : XYZScripts.com