Khao

ກອງປະຊຸມ ຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ( 5th JWG) ທີ່ ສປປ ລາວ ເປັນເຈົ້າພາບ

ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 23-24 ກໍລະກົດ 2024 ຜ່ານມາ ທີ່ແຂວງຫຼວງພະບາງ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພອນປະເສີດ ພູລິພັນ, ຫົວໜ້າກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ, ຫົວໜ້າຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ການເປັນປະທານຮ່ວມ ຂອງ ທ່ານ Wang Wie (ຫວາງເວ້) ກົງສຸນ ຂອງ ກົມຮ່ວມມືສາກົນ, ວິທະຍາສາດ ແລະ ເຕັກໂນໂລຊີ ສປ. ຈີນ; ມີຜູ້ແທນຈາກ 06 ປະເທດສະມາຊິກ ເຂົ້າຮ່ວມ ຄື: ປະເທດກໍາປູເຈຍ, ສປ ຈີນ, ສປປ ລາວ, ປະເທດມຽນມ້າ, ປະເທດໄທ ແລະ ປະເທດຫວຽດນາມ ລວມທັງທິມງານ ຈາກ ສູນນໍ້າ LMC, ຕາງໜ້າຈາກ ກອງເລຂາຄະນະກໍາມາທິການແມ່ນໍ້ຂອງສາກົນ, ຕາງໜ້າຫ້ອງວ່າການແຂວງ ແລະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ (ຜູ້ເຂົ້າຮ່ວມທັງໝົດ 40 ທ່ານ).

ເພື່ອສືບຕໍ່ຜັນຂະຫຍາຍຖະແຫຼງການເນປີດໍ ຂອງກອງປະຊຸມຜູ້ນໍາການຮ່ວມມື ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4, ແລະ ແຜນດໍາເນີນງານ 5 ປີ ການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ (2023-2027) ກ່ຽວກັບການເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນ້ຳ, ແລະ ພ້ອມທັງຊຸກຍູ້ລົງເລິກການຮ່ວມມືດ້ານຊັບພະຍາກອນນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃນຕໍ່ໜ້າ, ແລະ ຜົນຂອງກອງປະຊຸມແລກປ່ຽນວິຊາການ (Forum) ການຮ່ວມມືດ້ານຊັບພະຍາກອນນ້ຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3, ຄັ້ງວັນທີ 10 ກັນຍາ 2023, ຢູ່ທີ່ປັກກິ່ງ, ສປ ຈີນ ແລະ ຜົນຂອງກອງປະຊຸມ ຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ່ 4, ໃນວັນທີ 29-30 ພະຈິກ 2023 ຢູ່ທີ່ສຽມລຽບ, ປະເທດກໍາປູເຈຍ ທີ່ຜ່ານມາ, ເພື່ອເປັນການສືບຕໍ່ການຮ່ວມມືດ້ານຊັບພະຍາກອນນໍ້າ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ດັ່ງນັ້ນ, ມາຮອດປີ 2024 ແມ່ນໄດ້ໝູນວຽນມາຮອດ ສປປ ລາວ ທີ່ໄດ້ຮັບໜ້າທີ່ເປັນເຈົ້າພາບຈັດກອງປະຊຸມ ຂອງຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ່ 5 ແລະ ໄດ້ເຊີນບັນດາ ຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອສືບໃນການປຶກສາຫາລື ວຽກງານການຮ່ວມມືດ້ານຊັບພະຍາກອນນໍ້າ ຢູ່ໃນແຜນດໍາເນີນງານ 5 ປີ (2023-2027) ແລະ ແຜນປະຈຳປີ 2025 ໃນຕໍ່ໜ້າ.ຜົນຂອງກອງປະຊຸມດັ່ງກ່າວແມ່ນໄດ້ເປັນເອກະພາບຕໍ່ກັບການອະນຸມັດພາຍໃນຂອງບັນດາປະເທດສະມາຊິກ ກ່ຽວກັບ ແຜນດໍາເນີນງານ 5 ປີ ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2023-2027) ແລະ ປະເທດສະມາຊິກໄດ້ເຫັນດີໃຫ້ເອົາ ແຜນດໍາເນີນງານດັ່ງກ່າວ ເພື່ອຮັບຮອງຢຸ່ໃນຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ຄັ້ງທີ່ 9 ທີ່ຈະມາເຖິງ; ເຫັນດີຕໍ່ກັບການນໍາສະເໜີໃນການກະກຽມຈັດກອງປະຊຸມລະດັບລັດຖະມົນຕີ ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ຢູ່ທີ່ ສສ ຫວຽດນາມ ຈະໄດ້ຮັບເປັນເຈົ້າພາບຈັດໃນເດືອນມີນາ ປີ2025; ນອກຈາກນັ້ນກອງປະຊຸມກໍ່ໄດ້ເຫັນດີໃນການສືບຕໍ່ປະສານງານ ແລະ ປັບປຸງບັນດາເອກະສານຕ່າງໆທີຍັງຄ້າງຄາເຊັ່ນ: ຖະແຫຼງການຮ່ວມຂອງກອງປະຊຸມລະດັບລັດຖະມົນຕີ ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2; ຫໍສະໝຸດໂຄງການ; ການລົງເລິກການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ; ແນວຄວາມຄິດເພື່ອປັບປຸງ MoU ກ່ຽວກັບ ການແລກປ່ຽນຂໍ້ມູນຂ່າວສານດ້ານອຸທົກກະສາດ; ການສຶກສາຮ່ວມ ກ່ຽວກັບ ການປ່ຽນແປງຮູບແບບສະພາບອຸທົກກະສາດ ຂອງ ອ່າງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ຍຸດທະສາດການປັບຕົວ; ໃນຕອນທ້າຍກອງປະຊຸມໃນຄັ້ງນີ້ແມ່ນເຫັນດີ ໃຫ້ປະເທດ ມຽນມ້າ ຮັບເປັນເຈົ້າພາບຈັດກອງປະຊຸມຄະນະໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ່ 6 ຕາມລໍາດັບຂອງອັກສອນພາສາອັງກິດ ໃນປີ 2025 ທີ່ຈະມາເຖິງນີ້.

ກອງປະຊຸມລິເລີ່ມຈັດຕັ້ງປະຕິບັດໂຄງການລະບົບສັງເກດ, ຕິດຕາມຝົນຕົກໜັກ ແລະ ຊັບພະຍາກອນນ້ຳ ເພື່ອຄວາມປອດໄພໃນການຄົມມະນາຄົມຂົນສົ່ງຢູ່ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ວັນທີ 6 ສິງຫາ 2024

ໃນວັນທີ 6 ສິງຫາ 2024, ກົມ ອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມ ລິເລີ່ມການຈັດຕັ້ງປະຕິບັດໂຄງການລະບົບສັງເກດ, ຕິດຕາມຝົນຕົກໜັກ ແລະ ຊັບພະຍາກອນນ້ຳ ເພື່ອຄວາມປອດໄພ ໃນການຄົມມະນາຄົມຂົນສົ່ງຢູ່ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ອຸດົມໄຊ. ໂດຍການເປັນປະທານ ຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ, ເຂົ້າຮ່ວມມີ ຮອງຫົວໜ້າ ກອຕທ, ຜູ້ຕາງໜ້າ ກົມເສດຖະກິດ ກະຊວງ ການຕ່າງປະເທດ, ມີ ບັນດາທ່ານຫົວໜ້າພະແນກ, ຫົວໜ້າຫ້ອງການ ພາຍໃນ ແຂວງອຸດົມໄຊ ເຂົ້າຮ່ວມ.

ສຳລັບ ໂຄງການລະບົບສັງເກດ, ຕິດຕາມຝົນຕົກໜັກ ແລະ ຊັບພະຍາກອນນ້ຳ ແມ່ນລິເລີ່ມຈັດຕັ້ງຂຶ້ນເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກໄພພິບັດທຳມະຊາດ ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ຊຶ່ງມີຫຼາຍກິດຈະກຳທີ່ຊ່ວຍພັດທະນາໃຫ້ຫຼາຍວຽກງານດີຂຶ້ນ ເຊັ່ນ: ວຽກງານແຜ່ນດິນໄຫວ, ວຽກງານອຸຕຸນິຍົມ, ວຽກງານອຸທົກກະສາດ. ໂດຍສະເພາະ ແມ່ນໃນໂຄງການ ດັ່ງກ່າວນີ້ ໄດ້ໃຫ້ການຊ່ວຍເຫຼືອໃນການສ້າງ ແລະ ຕິດຕັ້ງອຸປະກອນເຣດ້າ ອຸຕຸນິຍົມ 1 ແຫ່ງ ໂດຍອີງຕາມຄວາມຕ້ອງການຂອງຂໍ້ມູນ ແລະ ຄວາມເໝາະສົມທາງດ້ານພູມສັນຖານຈຶ່ງໄດ້ກຳນົດເອົາ ເມືອງ ໄຊ ແຂວງ ອຸດົມໄຊ ເປັນບ່ອນຈັດຕັ້ງປະຕິບັດໂຄງການ ຍ້ອນວ່າ ເມືອງໄຊ ເປັນໃຈກາງຂອງບັນດາແຂວງ ພາກເໜືອ ແລະ ສະຖານີເຣດ້ານີ້ ກໍ່ສາມາດຕິດຕາມສະພາບອາກາດຂອງບາງແຂວງ ທີ່ໃກ້ຄຽງໄດ້ຢ່າງຊັດເຈນ ຈຶ່ງເຫັນວ່າມີຄວາມເໝາະສົມທີ່ສຸດ. ເຊິ່ງຫຼັງຈາກທີ່ສະຖານີດັ່ງກ່າວຕິດຕັ້ງສຳເລັດແມ່ນພວກເຮົາຈະສາມາດໄດ້ຮັບຂໍ້ມູນຫຼາຍຢ່າງເຊັ່ນ 1) ມີຂໍ້ມູນສະພາບອາກາດແບບປະຈຸບັນ (Real-Time) ໂດຍສະເພາະສະພາບຝົນຕົກໃນຂອບເຂດແຂວງພາກເໜືອ. ນອກຈາກນັ້ນ, ຍັງສາມາດຮູ້ໄດ້ສະພາບດິນເຈື່ອນ, ສະພາບໄພນໍ້າຖ້ວມ ແລະ ໄພພິບັດທາງທຳມະຊາດ ທີ່ຈະສົ່ງຜົນກະທົບແກ່ປະຊາຊົນ ທີ່ຢູ່ເຂດທີ່ມີຄວາມສ່ຽງ ແລະ ຕາມເສັ້ນທາງເດີນຂອງລົດໄຟລາວ-ຈີນ ເພື່ອແຈ້ງເຕືອນໃຫ້ພວກເຂົາໄດ້ຮັບຊາບຂໍ້ມູນລ່ວງໜ້າ; 2) ມີຖານຂໍ້ມູນ ແລະ ແຊຂໍ້ມູນ ປະຈຸບັນ (Real-Time) ກ່ຽວກັບ ສະພາບຝົນຕົກໜັກ, ສະພາບນໍ້າ ຊຶ່ງຈະເຮັດໃຫ້ມີຂໍ້ດີແກ່ ກອຕທ, ກົມທາງລົດໄຟ ທີ່ ຈະຊ່ວຍແນະນຳ, ໃຫ້ຂໍ້ມູນ ເພື່ອພັດທະນາ ໃນຂະແໜງການຂົນສົ່ງ, ອຸດສາຫະກໍາ, ກະສິກຳ ແລະ ອື່ນໆ; 3) ສາມາດ ຄຸ້ມຄອງ, ພ້ອມທັງມີລະບົບການວິເຄາະວິໄຈທີ່ຕິດພັນກັບສະພາບຝົນຕົກ ແລະ ນໍ້າຖ້ວມແບບທັນສະໄໝ ຊ່ວຍໃຫ້ປະຊາຊົນ ແລະ ອົງການຈັດຕັ້ງລັດ ສາມາດຮັບຮູ້ຂໍ້ມູນຂ່າວສານໄດ້ຢ່າງທັນການ ແລະ ຊັດເຈນ.ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງສະໜາມພື້ນທີ່ຕົວຈິງທີ່ມັກເກີດເຫດການນ້ຳຖ້ວມຊຸ ຢູ່ທີ່ ບ້ານໂພນໄຊ ແລະ ບ້ານ ສາມັກຄີໄຊ ເມືອງຫຼາ ແຂວງອຸດົມໄຊ ເພື່ອວາງແຜນການ ແລະ ແນະນຳໃຫ້ພາກສ່ວນກ່ຽວຂ້ອງຂຶ້ນແຜນເພື່ອຕິດຕັ້ງອຸປະກອນເຕືອນໄພນ້ຳຖ້ວມ ເພື່ອແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນໃນພື້ນທີ່ດັ່ງກ່າວ ກະກຽມຄວາມພ້ອມຂົນຍ້າຍສັດລ້ຽງ, ວັດຖຸສິ່ງຂອງທີ່ມີຄ່າ ແລະ ອົບພະຍົບໄປພື້ນທີ່ ທີ່ມີຄວາມປອດໄພໃນເວລາເກີດເຫດການນ້ຳຖ້ວມໃຫ້ທັນການ ອີກດ້ວຍ.

ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານສິ່ງແວດລ້ອມ ຄັ້ງທີ 35

ໃນຕອນເຊົ້າ ຂອງ ວັນທີ 30 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນາມຈຸດປະສານງານ ອາຊຽນດ້ານສິ່ງແວດລ້ອມ ໄດ້ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານສິ່ງແວດລ້ອມ ຄັ້ງທີ 35 ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ປອ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊື່ງໄດ້ໃຫ້ກຽດກ່າວເປີດກອງປະຊຸມດັ່ງກ່າວຢ່າງເປັນທາງການ, ທ່ານ Jonas R. Leones ຮອງລັດຖະມົນຕີ ກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ປະເທດ ຟີລິບປິນ, ປະທານເຈົ້າໜ້າທີ່ອາວຸໂສດ້ານສິ່ງແວດລ້ອມ, ນະໂຍບາຍ, ແຜນການ ແລະ ວຽກງານສາກົນ ແລະ ທ່ານ ເອກະພາບ ພັນທະວົງ ຮອງເລຂາອາຊຽນ, ເສົາຄໍ້າວັດທະນະທໍາສັງຄົມ, ກອງເລຂາອາຊຽນ, ໂດຍມີ ບັນດາຫົວໜ້າຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ 10 ປະເທດ, ຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມສັງເກດການ ຊື່ງມີຜູ້ເຂົ້າຮ່ວມ ຫຼາຍກວ່າ 130 ທ່ານ.ຈຸດປະສົງຫຼັກ ໃນກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານຄືນການຈັດຕັ້ງປະຕິບັດວຽກງານດ້ານສິ່ງແວດລ້ອມ, ການຈັດຕັ້ງປະຕິບັດໂຄງການພາຍໃຕ້ກອບອາຊຽນດ້ານສິ່ງແວດລ້ອມ ແລະ ການປຶກສາຫາລືກ່ຽວກັບການສະເໜີຂອງ ສປປ ລາວ ໃນວາລະທີ່ ລາວ ເປັນປະທານອາຊຽນ 2024 ໃນຫົວຂໍ້ການສົ່ງເສີມ ດ້ານສິ່ງແວດລ້ອມ ແລະ ການປັບຕົວ ຊື່ງປະກອບມີ: 1) The ASEAN Joint Statement on Climate Change to UNFCCC COP29, 2) The ASEAN Joint Statement on Biodiversity to CBD COP16, 3) The ASEAN Declaration on Plastic Circularity, 4) Capacity Building and Training on Green Climate Fund (GCF) Funding Applications for AMS ແລະ 5) Programme on Implementation of Roadmap on Transboundary Haze Pollution ເພື່ອສະເໜີຮັບຮອງໃນຊ່ວງກອງປະຊຸມ ASEAN SUMMIT ແລະ ປຶກສາຫາລືແຜນວຽກໃນຕໍ່ໜ້າ.

PHP Code Snippets Powered By : XYZScripts.com