ທ່ານ ຮສ.ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ
ໃນວັນທີ 1 ກັນຍາ 2025 ນີ້, ທ່ານ ຮສ.ປອ.ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ສະມາຊິກສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ສໍາລັບ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄໍານັບ ແລະ ພົບປະກັບ ທ່ານປະເສີດ ຈັນທະຣະຣວງທອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງດີຈີຕອນ ເພື່ອເສດຖະກິດ ແລະ ສັງຄົມ, ໃນຖານະ ປະທານສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC) ປະຈໍາປີ 2025. ເນື່ອງໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມຢາມ ຣາຊະອະນາຈັກໄທ ຢ່າງເປັນທາງການ.
ທັງສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານການຄຸ້ມຄອງຊັບພະຍາກອນນໍ້າທີ່ສໍາຄັນ, ເຊິ່ງທັງຝ່າຍລາວ ແລະ ໄທ ຈະພັດທະນາການຮ່ວມມືທີ່ມີຢູ່ ໃຫ້ມີປະສິດຕິພາບດີຂຶ້ນກວ່າເກົ່າ ທັງໃນລະດັບສອງຝ່າຍ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ລົງນາມ ເມື່ອເດືອນຕຸລາ 2024 ທີ່ຜ່ານມາ ແລະ ການຮ່ວມມືພາຍໃຕ້ກອບຂອງ ຄມສ. ນອກຈາກນີ້ ທັງສອງຝ່າຍໄດ້ເປັນເອກະພາບນໍາກັນວ່າ ການປະສານງານດ້ານອຸທົກກະໄພ ແລະ ໂຄງການເຂື່ອນໄຟຟ້າພະລັງງານນໍ້າ ຄວນມີການເສີມສ້າງ ການຮ່ວມມືຢ່າງກະຕືລືລົ້ນ ເພື່ອຈັດການກັບຄວາມສ່ຽງ ແລະ ຜົນກະທົບຈາກອຸທົກກະໄພຢ່າງມີປະສິດຕິພາບ ລວມທັງຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນທັງ 2 ປະເທດ ໃຫ້ເກີດປະໂຫຍດຮ່ວມກັນແບບຍືນຍົງ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮສ.ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນຂອງການນໍາຂັ້ນສູງ ກ່ຽວກັບການປະສານງານ ແລະ ການຄຸ້ມຄອງການໄຫຼ (High-level exchange on Flow Coordination and Management) ຮ່ວມກັບ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ. ພ້ອມທັງໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ສະຖາບັນວິໄຈວິທະຍາສາດ ແລະ ເຕັກໂນໂລຊີແຫ່ງປະເທດໄທ, ເພື່ອແລກປ່ຽນບົດຮຽນ ແລະ ປະສົບການດ້ານການບໍລິຫານຈັດການຊັບພະຍາກອນນໍ້າ ລວມໄປເຖິງການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາໃນການພັດທະນາອາຊີບ ເພື່ອການປັບຕົວຂອງປະຊາຊົນທີ່ຢູ່ລຽບຕາມແມ່ນໍ້າຂອງ ເພື່ອຍົກລະດັບການຮ່ວມມືລະດັບພາກພື້ນທີ່ກ່ຽວຂ້ອງໃຫ້ເປັນໄປຢ່າງມີປະສິດຕິພາບ.
*ແຫຼ່ງຂ່າວຈາກ: ສໍານັກງານຊັບພະຍາກອນນໍ້າ ແຫ່ງ ຣາຊະອະນາຈັກໄທ