Author - admin

ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ ກອງປະຊຸມແລກປ່ຽນວິຊາການ

 

ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ ກອງປະຊຸມແລກປ່ຽນວິຊາການ (Forum) ດ້ານຊັບພະຍາກອນນໍ້າ ໃນຂອບການຮ່ວມມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ໂດຍຜ່ານລະບົບກອງປະຊຸມທາງໄກ

ໃນລະຫວ່າງວັນທີ 07-08 ທັນວາ 2021, ທີ່ຫ້ອງປະຊຸມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ນຳພາຄະນະຜູ້ແທນລາວ ທີ່ປະກອບດ້ວຍ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມ ກອງປະຊຸມແລກປ່ຽນວິຊາການ ດ້ານຊັບພະຍາກອນນໍ້າ ໃນຂອບການຮ່ວມມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 (2nd Mekong-Lancang Water Resources Cooperation Forum) ໂດຍຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມຄັ້ງໄດ້ດຳເນີນໄປໂດຍການເປັນປະທານຂອງ ທ່ານ ລີ ກວາອິງ (Li Guoying) ລັດຖະມົນຕີ ກະຊວງຊັບພະຍາກອນນໍ້າ ສປ.ຈີນ ພາຍໃຕ້ຫົວຂໍ້ທີ່ວ່າ “ຮ່ວມກັນແກ້ໄຂສິ່ງທ້າທາຍ ແລະ ຊຸກຍູ້ການພັດທະນາຮ່ວມກັນ” ມີບັນດາ ລັດຖະມົນຕີທີ່ຮັບຜິດຊອບວຽກຊັບພະຍາກອນນຳ້ ຈາກປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງອື່ນໆ (ກໍາປູເຈຍ, ມຽນມາ, ສປປ ລາວ, ໄທ (ຂັ້ນຫົວໜ້າຫ້ອງການ) ແລະ ຫວຽດນາມ) ພ້ອມດ້ວຍຜູ້ແທນຂັ້ນຫົວໜ້າກົມ ຂອງບັນດາປະເທດສະມາຊິກ, ສູນຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສປ.ຈີນ, ບັນດາຊ່ຽວຊານ ຈາກບັນດາສະຖາບັນຄົ້ນຄ້ວາ ຂອງບັນດາປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ອົງການສະຫະປະຊາຊາດ, ກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ, ອົງການຈັດຕັ້ງສາກົນ, ພະນັກງານ ແລະ ນັກສຶກສາ, ແລະ ຜູ້ສັງເກດການ ເຂົ້າຮ່ວມຫຼາຍກວ່າ 100 ທ່ານ.ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮ່ວມກັນແລກປ່ຽນທັດສະນະ, ປະສົບການ ແລະ ບູລິມະສິດຂອງການຄຸ້ມຄອງຊັບພະຍາກອນນໍ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງໄດ້ແບ່ງເປັນ 06 ຫົວຂໍ້ຄືດັ່ງນີ້: 1) ການຮ່ວມມືໃນແມ່ນໍ້າທີ່ໄຫຼຜ່ານຫຼາຍປະເທດ (Transboundary River Cooperation) ແລະ ການແລກປ່ຽນຂໍ້ມູນ-ຂ່າວສານ; 2) ກອງປະຊຸມສໍາລັບ ຊາວໜຸ່ມ ກ່ຽວກັບ ການຮ່ວມມືດ້ານຊັບພະຍາກອນນໍ້າ ໃນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ; 3) ການອະນຸລັກຊັບພະຍາກອນນໍ້າ ແລະ ການພັດທະນາສີຂຽວ; 4) ການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ; 5) ການພັດທະນາຊົນນະບົດ, ການປົກປັກຮັກສານໍ້າ ແລະ ການປັບປຸງຊີວິດການເປັນຢູ່; ແລະ 6) ການພັດທະນາ ໄຟຟ້າພະລັງນໍ້າແບບຍືນຍົງ ແລະ ການຮັບປະກັນດ້ານພະລັງງານ.ໃນພິທີເປີດກອງປະຊຸມດັ່ງກ່າວ ພາຍຫຼັງທ່ານ ທ່ານ ລີ ກວາອິງ (Li Guoying) ລັດຖະມົນຕີ ກະຊວງຊັບພະຍາກອນນໍ້າ ສປ.ຈີນ ກ່າວເປີດຢ່າງເປັນທາງການແລ້ວ ບັນດາທ່ານລັດຖະມົນຕີ ຂອງ ແຕ່ລະປະເທດເຊິ່ງຮວມມີ ກໍາປູເຈຍ, ສປປ ລາວ, ມຽນມ້າ, ໄທ, ຫວຽດນາມ ແລະ ທ່ານຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ (UN) ກໍ່ໄດ້ກ່າວມີຄໍາເຫັນ. ໃນນັ້ນ, ທ່ານ ລັດຖະມົນຕີ ກຊສ ກໍໄດ້ກ່າວບົດປາໃສຕໍ່ກອງປະຊຸມຄັ້ງນີ້ ໂດຍໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ກ່າວຍ້ອງຍໍຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ມີຄວາມພະຍາຍາມໃນການຈັດກອງປະຊຸມ ເຖິງຈະມີສະພາບການແຜ່ລະບາດພະຍາດໂຄວິດກໍຕາມ, ທ່ານ ລັດຖະມົນຕີ ກຊສ ຍັງໄດ້ຍົກໃຫ້ເຫັນບົດບາດ ຄວາມສໍາຄັນ ຂອງການແລກປ່ຽນໃນເວທີວິຊາການທີ່ໄດ້ນໍາໄປສູ່ການສ້າງຄວາມເຂົ້າໃຈ ແລະ ການຮ່ວມກັນແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆຮ່ວມກັນ ຂອງບັນດາປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມດຽວກັນນັ້ນ, ທ່ານກໍໄດ້ຍ້ອງຍໍຊົມເຊີຍ ແລະ ຂອບໃຈ ສປ.ຈີນ ທີ່ໄດ້ສະໜັບສະໜູນ ໃຫ້ແກ່ ສປປ ລາວ ກໍ່ຄືບັນດາປະເທດສະມາຊິກອື່ນໆ ໃນການຄຸ້ມຄອງຊັບພະຍາກອນນໍ້າ ເຊັ່ນ: ການອໍານວຍຄວາມສະດວກ ແລະ ການສົ່ງເສີມການສ້າງຄວາມເຂັ້ມແຂງຂອງຂະແໜງຊັບພະຍາກອນນໍ້າ ຂອງ ສປປ ລາວ ໃນການຄຸ້ມຄອງຂໍ້ມູນຂ່າວສານ, ຄວາມປອດໄພຂອງເຂື່ອນ, ການສະໜອງນໍ້າໃນຊົນນະບົດ, ການຕິດຕາມກວດກາອ່າງແມ່ນໍ້າ ແລະ ອື່ນໆ. ທ່ານ ລັດຖະມົນຕີ ກຊສ ຍັງກໍໄດ້ສະແດງທັດສະນະຂອງ ສປປ ລາວ ທີ່ພ້ອມຈະຮ່ວມມືກັບບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການແກ້ໄຂສິ່ງທ້າທາຍ ແລະ ຊຸກຍູ້ການພັດທະນາຊັບພະຍາກອນນ້ຳ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຮ່ວມກັນ ແລະ ເພື່ອຫັນການຮ່ວມມືໄປສູ່ລວງເລິກ ໂດຍຜ່ານຫຼາຍຮູບແບບ ແລະ ຫຼາຍລະດັບຂອງການຮ່ວມມື.

 

 

 

 

 

 

ທ່ານ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມ ທະເລອາຊີຕາເວັນອອກ (East Asian Sea Congress) ແລະ ກອງປະຊຸມລັດຖະມົນຕີ ຄັ້ງທີ 7 ປະຈໍາປີ 2021

LAO PDR

ໃນວັນທີ 2 ທັນວາ 2021, ເວລາ 9:00 ໂມງ ທີ່ ຫ້ອງປະຊຸມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ນຳພາຄະນະຜູ້ແທນລາວ ທີ່ມາຈາກ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງການຕ່າງປະເທດ ເຂົ້າຮ່ວມ ກອງປະຊຸມ ທະເລອາຊີຕາເວັນອອກ (East Asian Sea Congress) ແລະ ກອງປະຊຸມລັດຖະມົນຕີ ຄັ້ງທີ 7 ປະຈໍາປີ 2021 ໂດຍຜ່ານລະບົບປະຊຸມທາງໄກ (Video Conference). ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ໄສ ສະຫມໍ່ (Say Samal) ລັດຖະມົນຕີ ກະຊວງສິ່ງແວດລ້ອມ ແຫ່ງ ຣາຊາອານາຈັກກຳປູເຈຍ ແລະ ມີ ທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ ຂອງບັນດາປະເທດສະມາຊິກ 11 ປະເທດ ຈາກ ສປ ຈີນ; ສາທາລະນະລັດ ປະຊາທິປະໄຕ ເກົາຫຼີ; ສາທາລະນະລັດ ອິນໂດເນເຊຍ; ຍີ່ປຸ່ນ; ສາທາລະນະລັດ ຟີລິບປິນ; ສາທາລະນະລັດ ເກົາຫຼີ; ສາທາລະນະລັດ ສິງກາໂປ; ສາທາລະນະລັດ ປະຊາທິປະໄຕ ຕີມໍເລສເຕ; ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ນອກຈາກນີ້, ຍັງມີຜູ້ຄະນະຜູ້ແທນ, ຜູ້ສັງເກດການ ແລະ ສື່ມວນຊົນ ເຂົ້າຮ່ວມຫຼາຍກວ່າ 150 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮ່ວມກັນປຶກສາຫາລື ກຳນົດແບບແຜນຈັດຕັ້ງປະຕິບັດ ກ້າວສູ່ປີ 2030 ໂດຍສະເພາະແມ່ນແຜນດຳເນີນງານ ປີ 2023-2027 ແລະ ຮັບຮອງເອົາ ຖະແຫຼງການລັດຖະມົນຕີ ສີຫານຸກ ປີ 2021.ກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກ ໄດ້ ຮ່ວມກັນ ກຳນົດແບບແຜນຈັດຕັ້ງປະຕິບັດ ກ້າວສູ່ປີ 2030 ໂດຍສະເພາະແມ່ນແຜນດຳເນີນງານ ປີ 2023-2027 ເຊິ່ງກວມເອົາ 4 ກິດຈະກຳ ບູລິມະສິດ ຄື: 1)ສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງໃຫ້ມີປະສິດທິພາບ; 2)ຄວາມອຸດົມສົມບູນທາງທະເລມະຫາສະໝຸດ; 3)ການເປັນຢູ່ຂອງສັງຄົມ; ແລະ 4)ຄວາມອຸດົມສົມບູນທາງດ້ານເສດຖະກິດ. ພ້ອມກັນນີ້, ກໍ່ໄດ້ຮັບຮອງເອົາຖະແຫຼງການລັດຖະມົນຕີ ສີຫານຸກ ປີ 2021 ໃນຫົວຂໍ້ ‘’ແບບແຜນກ້າວສູ່ ການພັດທະນາແບບຍືນຍົງ: ເສັ້ນທາງສູ່ປີ 2030 ເພື່ອຄວາມສົມບູນ ທາງດ້ານ ມະຫາສະໝຸດ, ສັງຄົມ ແລະ ເສດຖະກິດ (ADVANCING OUR SUSTAINABLE DEVELOPMENT AGENDA: ROAD TO 2030 FOR HEALTHY OCEANS, PEOPLE AND ECONOMIES)’’. ພ້ອມດຽວກັນນີ້, ທ່ານ ຈັນທະເນດ ບົວລະພາ ກໍ່ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມວ່າ:ກອງປະຊຸມລັດຖະມົນຕີ ຄັ້ງທີ 7 ປະຈໍາປີ 2021 ນີພວກເຮົາ ແມ່ນໄດ້ຮ່ວມກັນຮັບຮອງ ຖະແຫຼງການລັດຖະມົນຕີ ສີຫານຸກ ເພື່ອກ້າວສູ່ ການພັດທະນາແບບຍືນຍົງ: ເສັ້ນທາງສູ່ປີ 2030 ເພື່ອຄວາມສົມບູນ ທາງດ້ານ ມະຫາສະໝຸດ, ສັງຄົມ ແລະ ເສດຖະກິດ ພວກເຮົາບັນດາປະເທດສະມາຊິກ ແມ່ນຈະສືບຕໍ່ສະໜັບສະໜູນ ແລະ ຮ່ວມງານ ກັບ ອົງການຄູ່ຮ່ວມງານ ດ້ານການຄຸ້ມຄອງສິ່ງແວດລ້ອມ ໃນຂົງເຂດທະເລອາຊີຕາເວັນອອກ (PEMSEA) ໃນການຈັດຕັ້ງປະຕິບັດແບບແຜນຈັດຕັ້ງປະຕິບັດ ກ້າວສູ່ປີ 2030 ແລະ ແຜນດຳເນີນງານ ປີ 2023-2027. ເຖິງຢ່າງໃດກໍ່ຕາມ, ທິດທາງໃນຕໍ່ໜ້າ ສປປ ລາວ ແມ່ນຮຽກຮ້ອງມາຍັງ ອົງການ PEMSEA, ປະເທດສະມາຊິກ ແລະ ປະເທດຄູ່ຮ່ວມເຈລະຈາ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ທາງດ້ານວິຊາການ; ສົ່ງເສີມການແລກປ່ຽນຄວາມຮູ້, ປະສົບການ ແລະ ຊ່ຽວຊານ ໃນການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ, ການຄຸ້ມຄອງໄພນໍ້າຖ້ວມ ໄພແຫ້ງແລ້ງ, ການວາງແຜນ ແລະ ພັດທະນາອ່າງຮັບນໍ້າ ລວມທັງການປັບຕົວ ຕໍ່ກັບ ການປ່ຽນແປງດິນຟ້າອາກາດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນ ເພື່ອການຈັດຕັ້ງປະຕິບັດ ແບບແຜນຈັດຕັ້ງປະຕິບັດ ກ້າວສູ່ປີ 2030 ແລະ ແຜນດຳເນີນງານ ປີ 2023-2027 ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ. ກອງປະຊຸມໄດ້ປິດລົງໃນເວລາ 11:00 ໂມງ ຂອງວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

 

PHP Code Snippets Powered By : XYZScripts.com