ກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ແມ່ນກອງປະຊຸມ ປະຈຳປີ ໃນ ລະດັບຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກ ຄມສ ເຊິ່ງປະກອບມີ ສປປ ລາວ, ສສ ຫວຽດນາມ, ກຳປູເຈຍ ແລະ ໄທ. ສຳລັບ ປີ 2025 ແມ່ນຮອບວຽນຂອງ ຣາຊະອານາຈັກໄທ ທີ່ເປັນເຈົ້າພາບ ຈັດກອງປະຊຸມ ສະພາມົນຕີ ຄມສ ຄັ້ງທີ 32 ແລະ ກອງປະຊຸມຮ່ວມກັບຄູ່ຮ່ວມພັດທະນາຂອງ ຄມສ ຄັ້ງທີ 30 ເຊິ່ງໄດ້ຈັດຂຶ້ນໃນ ວັນທີ 26 ພະຈິກ 2025 ຢູ່ແຂວງຊຽງຣາຍ, ປະເທດໄທ ໂດຍມີ ທ່ານ ນາງ ຊາບີດາ ໄທເສດ, ລັດຖະມົນຕີ ກະຊວງວັດທະນະທຳ, ເຮັດໜ້າທີ່ເປັນປະທານກອງປະຊຸມ ແລະ ມີຜູ້ແທນຂັ້ນລັດຖະມົນຕີ ພ້ອມຄະນະ ຈາກ ບັນດາປະເທດສະມາຊິກ ຄມສ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ລວມທັງໝົດ ປະມານ 150 ທ່ານ ຍິງ 60 ທ່ານ.
ສຳລັບຄະນະຜູ້ແທນຈາກ ສ ປປ ລາວ ປະກອບມີ ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮອງປະທານຄະນະກຳມະການແມ່ນໍ້າຂອງແຫ່ງຊາດ, ສະມາຊິກສຳຮອງ ສະພາ ມົນຕີ ຄມສ ສປປ ລາວ, ທ່ານ ພອນປະເສີດ ພູລິພັນ, ຫົວໜ້າກອງເລຂາ ຄະນະກຳມະການແມ່ນໍ້າຂອງ ແຫ່ງຊາດ, ປະທານຄະນະກໍາມະການຮ່ວມ ຄມສ ປີ 2025 ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງອຸດສະຫະກໍາ ແລະ ການຄ້າເຂົ້າຮ່ວມນຳ.
ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ 1) ທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານ ມາ ແລະ ກຳນົດທິດທາງແຜນການຂອງ ຄມສ ໃນຕໍ່ໜ້າ; 2) ພິຈາລະນາອະນຸມັດເອກະສານສຳຄັນຈຳນວນໜຶ່ງ ຂອງ ຄມສ ແລະ 3) ປຶກສາຫາລືກັບຄູ່ຮ່ວມພັດທະນາ ກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບການພັດທະນາອ່າງແມ່ນໍ້າຂອງ.
ກອງປະຊຸມຄັ້ງນີ້ ແມ່ນໄດ້ເນັ້ນໃສ່ການພິຈາລະນາ ແຜນຍຸດທະສາດ ຄມສ ສົກປີ 2026–2030 ເຊິ່ງ ເປັນກອບການເຮັດວຽກທີ່ສຳຄັນສຳລັບ 4 ປະເທດສະມາຊິກ ຄມສ ໃນການບໍລິຫານຈັດການຊັບພະຍາກອນນ້ຳ ທ່າມກາງສິ່ງທ້າທາຍຕ່າງໆຮອບດ້ານ ໂດຍ ສປປ ລາວ ໄດ້ເນັ້ນເຖິງການເພີ່ມທະວີດ້ານການຮ່ວມມືໃນດ້ານການແລກປ່ຽນຂໍ້ມູນ ແລະ ບົດຮຽນອັນດີ ໃນພັດທະນາທີ່ຄຽງຄູ່ການປົກປັກຮັກສິ່ງແວດລ້ອມ, ການບໍລິຫານຈັດການນໍ້າ ແລະ ການຮ່ວມມືຂ້າມຜ່ານຊາຍແດນ. ອີກໜຶ່ງວາລະທີ່ສຳຄັນໃນກອງປະຊຸມ ແມ່ນການພິຈາລະນາ “ຮ່າງຖະແຫຼງການ ບາງກອກ” (Bangkok Declaration) ເຊິ່ງຈະເປັນເອກະສານສຳຄັນ ສຳລັບກອງປະຊຸມສຸດຍອດ ຄມສ ຄັ້ງທີ 5 ທີ່ປະເທດໄທຈະເປັນເຈົ້າພາບໃນປີຕໍ່ໄປ (2026) ໂດຍຖະແຫຼງການດັ່ງກ່າວຈະເປັນການຕົກລົງຮ່ວມລະດັບການ ນຳຂັ້ນສູງ ເພື່ອນຳພາການພັດທະນາອ່າງແມ່ນໍ້າຂອງຕອນລຸ່ມໄປສູ່ຄວາມຍືນຍົງບົນພື້ນຖານການຮ່ວມມື ແລະ ຄວາມໝັ້ນຄົງດ້ານຊັບພະຍາກອນນນໍ້າ.
ກອງປະຊຸມຄັ້ງນີ້ ຍັງຖືເປັນໂອກາດຄົບຮອບ 30 ປີຂອງສັນຍາແມ່ນ້ຳຂອງ ປີ 1995 ທີ່ສະທ້ອນໃຫ້ເຫັນ ເຖິງການຮ່ວມມືອັນຍາວນານດ້ານການບໍລິຫານຈັດການຊັບພະຍາກອນນ້ຳໃນພາກພື້ນ. ພ້ອມກັນນັ້ນ ປະເທດໄທ ໃນຖານະເປັນປະທານສະພາມົນຕີ ຄມສ ສໍາລັບປີ 2025 ໄດ້ສົ່ງມອບຕຳແໜ່ງປະທານໃຫ້ແກ່ປະເທດຫວຽດນາມ ສຳລັບປີ 2026 ເພື່ອສືບຕໍ່ພາລະກິດທີ່ສຳຄັນຂອງອະນຸພາກພື້ນພວກເຮົາ.
ຕໍ່ມາ, ໃນວັນທີ 27 ພະຈິກ 2025 ຄະນະຜູ້ແທນຈາກປະເທດສະມາຊິກ ຄມສ ໄດ້ລົງຢ້ຽມຢາມພາກສະໜາມ ໃນແຂວງຊຽງຣາຍ, ປະເທດໄທ ເພື່ອຮຽນຮູ້ ກ່ຽວກັບໂຄງການຕົວແບບໃນການບໍລິຫານຈັດການນ້ຳຂ້າມ ຜ່ານຊາຍແດນ ແລະ ການພັດທະນາໃນພື້ນທີ່ເຂດພູດອຍແບບຍືນຍົງ ໂດຍໄດ້ໄປຢ້ຽມຢາມ:• ໂຄງການຮ່ວມມືຂຸດລອກ (Dredge) ແມ່ນ້ຳສາຍ-ແມ່ນ້ຳຣວກ ລະຫວ່າງປະເທດໄທ ແລະ ມຽນມາ ເພື່ອບັນເທົາອຸທົກກະໄພຕາມແນວຊາຍແດນຂອງສອງປະເທດ;• ໂຄງການພັດທະນາດອຍຕຸງ ທີ່ໂຄງການຕົວແບບຂອງຄວາມສຳເລັດດ້ານການຟື້ນຟູປ່າ, ການຈັດການນ້ຳ ແລະ ການສ້າງອາຊີບໃຫ້ຊຸມຊົນທີ່ອາໄສຢູ່ເທິງພູດອຍ.ກອງປະຊຸມ ແລະ ການລົງຢາມພາກສະໜາມ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ສຳຄັນຂອງການ ຮ່ວມມືດ້ານຊັບພະຍາກອນນ້ຳ ໃນອ່າງແມ່ນ້ຳຂອງຕອນລຸ່ມ ແລະ ແມ່ນໍ້າສາຂາ ເພື່ອເພີ່ມທະວີຄວາມເຂັ້ມແຂງ ຄວາມທົນທານ ແລະ ການພັດທະນາແບບຍືນຍົງ ໃຫ້ແກ່ປະຊາຊົນໃນພາກພື້ນຕໍ່ໄປ.








