ໃນວັນທີ 31 ມັງກອນ 2025 ເວລາ 8:30 ໂມງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສືບຕໍ່ກອງປະຊຸມ ສະຫຼຸບການ ຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ເປັນມື້ທີ່ 2 ໂດຍການເປັນປະທານ ກອງປະຊຸມ ຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ. ຜູ້ແທນເຂົ້າຮ່ວມກອງປະຊຸມ ປະກອບມີ ລັດຖະມົນຕີ, ບັນດາຮອງລັດຖະມົນຕີຈາກກະຊວງ; ປະທານ, ຮອງປະທານ ອົງການທຽບເທົ່າກະຊວງ, ເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ; ບັນດາຫົວໜ້າ, ຮອງຫົວໜ້າກົມ ຂອງພາກສ່ວນ ທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.
ພາຍຫຼັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ແລ້ວ ກອງປະຊຸມກໍ່ໄດ້ຕ້ອນຮັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມ ຈາກ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ດຳເນີນມາເປັນ ເວລາ 2 ວັນ ໂດຍຍົກເອົາຫົວຂໍ້ທີ່ສໍາຄັນພົ້ນເດັ່ນມານຳສະເໜີລາຍງານ ແລະ ປຶກສາຫາລື ເປັນຕົ້ນ ວຽກທີ່ດິນ, ວຽກງານການຄຸ້ມຄອງຊັບພະຍາກອນນໍ້າ, ວຽກງານການແກ້ໄຂ ບັນຫາມົນລະພິດໝອກຄວັນ, ບັນຫາການຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນ ແລະ ບັນຫາການຄຸ້ມຄອງປ່ຽນແປງດິນຟ້າອາກາດ ເຊິ່ງຕິດພັນກັບຄວາມຮັບຜິດຊອບຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ການຮັບຜິດຊອບຮ່ວມ ຂອງຂະແໜງການ ແລະ ທ້ອງຖິ່ນ, ເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ແລະ ເປັນບັນຫາທີ່ປະຊາຄົມໂລກ, ພາກພື້ນ ກໍາລັງເອົາໃຈໃສ່ໃນການແກ້ໄຂຮ່ວມກັນ ເຊິ່ງມັນຕິດພັນ ແລະ ກະທົບໂດຍກົງ ຕໍ່ເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ. ອັນນີ້, ຊີ້ໃຫ້ເຫັນເຖິງ ຄວາມສໍາຄັນຂອງວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຄວາມເອົາໃຈໃສ່ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ ຕາມພາລະບົດບາດ ແລະ ການມອບໝາຍ ຢ່າງຕັ້ງໜ້າ. ການປະກອບຄໍາເຫັນ ຂອງບັນດາທ່ານ ຄະນະນໍາຈາກ ພາກສ່ວນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຕີລາຄາໃຫ້ເຫັນສະພາບການຈັດຕັ້ງປະຕິບັດຕົວຈິງ ມີທັງ ດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງ ໄດ້ແລກປ່ຽນບົດຮຽນ ແລະ ສະເໜີວິທີການແກ້ໄຂບັນຫາ, ຂໍ້ຄົງຄ້າງ, ຂອດຂັ້ນຕ່າງໆ ໃນການປະຕິບັດ ຜ່ານມາ ເພື່ອກໍານົດເປັນທິດທາງປະຕິບັດໃນປີ 2025 ກໍ່ຄືໃນແຜນ 5 ປີ ຄັ້ງທີ X ໃຫ້ແທດເໝາະກັບ ສະພາບຕົວຈິງ ແນໃສ່ຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າຢ່າງພາວະວິໃສ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ແລະ ບັນລຸເປົ້າໝາຍທີ່ວາງໄວ້.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຂະແໜງການຍາດມາໄດ້. ຖ້າທຽບໃສ່ທ່າແຮງບົ່ມຊ້ອນ, ເງື່ອນໄຂຕົວຈິງ ແລະ ກັບຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ ໂດຍສະເພາະ ໄລຍະທີ່ພວກເຮົາພວມປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໃນນັ້ນ ຍັງຈະຕ້ອງໄດ້ສືບຕໍ່ບຸກບຶນສູ້ຊົນ ເພື່ອປັບປຸງ ແລະ ແກ້ໄຂຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ແກ່ຍາວມາດົນແລ້ວ ຫຼື ບັນຫາທີ່ເກີດຂຶ້ນໃໝ່ຈໍານວນໜຶ່ງ ທີ່ຍັງບໍ່ທັນໄດ້ຮັບການປັບປຸງແກ້ໄຂໃຫ້ດີເທົ່າທີ່ຄວນ, ຊຶ່ງບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງດັ່ງກ່າວນັ້ນ, ກອງປະຊຸມ ກໍໄດ້ພ້ອມກັນຍົກຂຶ້ນມາປຶກສາຫາລື ແລະ ສະະເໜີມາດຕະການແກ້ໄຂລະອຽດແລ້ວ, ເຊິ່ງທ່ານນາຍົກລັດຖະມົນຕີກໍໄດ້ມີຄໍາເຫັນແລກປ່ຽນ ແລະ ເນັ້ນຕື່ມບາງວຽກງານ ຄືດັ່ງນີ້:
1) ວຽກທີ່ດິນ: (1) ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ໃຫ້ມີຜົນສໍາເລັດ; (2) ສູ້ຊົນຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດີນໃຫ້ບັນລຸຕົວເລກຄາດໝາຍ 300,000 ຕອນ ໃນປີ 2025; (3) ຮີບຮ້ອນຈັດຕັ້ງປະຕິບັດມະຕິ ສະບັບເລກທີ 57/ຄປຈ ວ່າດ້ວຍການພິຈາລະນາຮັບຮອງ ການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໃຫ້ມີປະສິດທິຜົນ; (4) ເອົາໃຈໃສ່ຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ໂດຍຈັດສັນທີ່ດິນໃຫ້ໄດ້ຕາມເປົ້າໝາຍ (ເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໃຫ້ ໄດ້ 70% ແລະ ເນື້ອທີ່ດິນທີ່ຈະນໍາໃຊ້ ແລະ ພັດທະນາ 30%); (5) ເພີ່ມທະວີການປະສານສົມທົບກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນສ້າງແຜນ ຈັດສັນທີ່ດິນຂັ້ນເມືອງ ແລະ ບ້ານ ໃຫ້ສໍາເລັດໃນຂອບເຂດທົົ່ວປະເທດ ເພື່ອໃຫ້ມີຂໍ້ມູນທີ່ດິນແຕ່ລະປະເພດຢ່າງລະອຽດ ແລະ ເປັນບ່ອນອີງໃນການຂື້ນທະບຽນອອກໃບຕາດິນ, ເກັບອາກອນ ທີ່ດິນປະຈໍາປີ; (6) ຊຸກຍູ້ບັນດາຂະແໜງ ການ ຂື້ນບັນຊີທີ່ດິນລັດ ແລະ ສ້າງຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນທີ່ຕົນເອງຄຸ້ມຄອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ; (7) ໃຫ້ກວດຄືນ ແລະ ດັດປັບເຂດປະເມີນລາຄາທີ່ດິນ ແລະ ແຜນທີ່ປະເມີນລາຄາໃຫ້ແທດເໝາະຕົວຈິງ; ( ສຸມໃສ່ການຫັນເປັນທັນສະໄໝໃນວຽກງານການຄຸ້ມຄອງທີ່ດິນ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນ ໃຫ້ສໍາເລັດໂດຍໄວ ເພື່ອເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນໃນການຈັດເກັບລາຍຮັບ ກ່ຽວກັບ ທີ່ດິນ; (9) ເລັ່ງຫັນເອົາທຸລະກິດການຊື້-ຂາຍທີ່ດິນ (ການໂອນກໍາມະສິດທີ່ດິນ), ການປ່ຽນປະເພດທີ່ດິນໃຫ້ເຂົ້າສູ່ລະບຽບການ ແລະ ເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝ ແລະ ກໍານົດການຊໍາລະຜ່ານລະບົບທະນາຄານ; (10) ໃຫ້ກວດກາ ແລະ ປະເມີນຄືນບັນດາໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ ໂດຍໃຫ້ກວດກາເນື້ອທີ່ດິນຄືນ, ໂຄງການໃດບໍ່ປະຕິບັດພັນທະທາງດ້ານພາສີອາກອນທີ່ດິນ ຫຼື ບໍ່ພັດທະນາ ກໍ່ໃຫ້ມີມາດຕະການດ້ານວິໄນຕ່າງໆ ລວມທັງການກ້າວໄປເຖິງການຖອດຖອນສິດນໍາໃຊ້ທີ່ດິນຂອງໂຄງການ; ແລະ (11) ໃຫ້ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ ແລະ ຫາງສຽງປະຊາຊົນ ກ່ຽວກັບ ວຽກງານທີ່ດິນ;
2) ວຽກສິ່ງແວດລ້ອມ: (1) ໃຫ້ເອົາໃຈໃສ່ປັບປຸງລະບົບ ແລະ ສ້າງກົນໄກເພື່ອປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂບັນຫາມົນລະພິດຕ່າງໆ ໂດຍສ້າງໃຫ້ມີການຫັນປ່ຽນແທ້ ແລະ ມີຕົວຊີ້ວັດທີ່ຊັດເຈນ; (2) ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິີ່ງເສດເຫຼືອຢ່າງເອົາຈິງເອົາຈັງ ໂດຍສະເພາະ ສິ່ງເສດເຫຼືອປຣາດສະຕິກ ໂດຍຫຼຸດຜ່ອນການນໍາໃຊ້ ປຣາດສະຕິກຄັ້ງດຽວ ຖີ້ມ ແລະ ຫັນມານໍາໃຊ້ຜະລິດຕະພັນທົດແທນ; (3) ປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະພິດໝອກຄວັນ ແລະ ໄຟໄໝ້ປ່າ ຢ່າງຈິງຈັງ ແລະ ມີຮູບປະທໍາ ພ້ອມນັ້ນ ກໍສົມທົບກັບປະເທດໃກ້ຄຽງ (ໂດຍສະເພາະ ປະເທດໄທ ແລະ ມ້ຽນມາ ທີ່ນາຍົກທັງ 3 ປະເທດ ໄດ້ຕົກລົງກັນ) ເພື່ອສ້າງ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານຮ່ວມກັນໃຫ້ມີປະສິດທິຜົນ;(4) ສົ່ງເສີມເສດຖະກິດໝູນວຽນ ໃຫ້ເປັນຮູບປະທໍາ ເພື່ອນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ແລະ ຫຼຸດຜ່ອນບັນຫາສິ່ງເສດເຫຼືອ; (5) ເພີ່ມທະວີການໂຄສະນາ ແລະ ສ້າງຈິດສໍານຶກໃຫ້ແກ່ປະຊາຊົນດ້ວຍຫຼາຍຮູບແບບ ເພື່ອສ້າງໃຫ້ສັງຄົມມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ; (6) ຊຸກຍູ້ ການສ້າງຕົວເມືອງ, ຂຽວ ສະອາດ ງາມຕາ ແລະ ການສ້າງຕົວເມືອງຍືນຍົງ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ໂດຍສຸມໃສ່ຕົວເມືອງໃຫຍ່ ແລະ ເມືອງທີ່ຄວາມອຸດົມສົມບູນທາງດ້ານລະບົບນິເວດ ເພື່ອສ້າງໃຫ້ໄດ້ເມືອງຕົວແບບ ແລະ ຂະຫຍາຍຜົນໄປສູ່ຕົວເມືອງອື່ນ ໃນນີ້ໃຫ້ຊຸກຍູ້ທ້ອງຖິ່ນເປັນເຈົ້າການຫຼາຍຂື້ນຈື່ງຈະມີລັກສະນະຍືນຍົງ; (7) ໃຫ້ສືບຕໍ່ຈັດຕັ້ງປະຕິບັດຂອດຂັ້ນການພິຈາລະນາອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບ ຕອບສະໜອງນະໂຍບາຍການປັບປຸງບັນຍາກາດການລົງທຶນຂອງລັດຖະບານ ພ້ອມທັງຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນໃຫ້ເປັນປົກກະຕິ ເພື່ອຮັບປະກັນການພັດທະນາໃຫ້ໄປຕາມທິດການເຕີບໂຕສີຂຽວ ແລະ ຍືນຍົງ;
3) ວຽກການຄຸ້ມຄອງການປ່ຽນແປງດິນຟ້າອາກາດ: (1) ຕ້ອງເອົາໃຈໃສ່ປະຕິບັດຢ່າງເອົາຈິງ ເອົາຈັງ ບັນດາພັນທະຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNF CCC), ສົນທີສັນຍາ ແລະ ສັນຍາທີ່ກ່ຽວຂ້ອງທີ່ ສປປ ລາວ ເຂົ້າເປັນພາຄີ ລວມທັງ ປະຕິບັດຄາດໝາຍໝັ້ນ ທີ່ລັດຖະບານໄດ້ສະເໜີຕໍ່ບັນດາກອງປະຊຸມຂອງປະເທດສະມາຊິກ ໂດຍສະເພາະ COP29 ໂດຍຫັນເປັນແຜນງານ, ແຜນການ, ໂຄງການ ແລະ ນິຕິກໍາລະອຽດ ແລະ ເພີ່ມທະວີການປະສານສົມທົບກັບບັນດາກະຊວງຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກເອກະຊົນ ເພື່ອຮ່ວມກັນປະຕິບັດຍຸດທະສາດ ແລະ ແຜນງານທີ່ມີແລ້ວໃຫ້ປະກົດຜົນເປັນຈິງ; (2) ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃນການສ້າງຄວາມທົນທານ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍໃຫ້ມີການສຶກສາຄວາມສ່ຽງ, ວາງແຜນປ້ອງກັນ, ແກ້ໄຂ ແລະ ຟື້ນຟູໄພພິບັດໃຫ້ທັນກັບສະພາບການ; (3) ສິ່ງສໍາຄັນຕ້ອງໄດ້ຍົກລະດັບຄວາມເຂົ້າໃຈ ແລະ ສ້າງຈິດສໍານຶກວຽກງານດັ່ງກ່າວ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຫຼາຍຂຶ້ນກວ່າເກົ່າ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; (4) ວຽກງານການປ່ຽນແປງດິນຟ້າອາກາດເປັນວຽກງານທີ່ສາກົນໃຫ້ຄວາມສໍາຄັນ ແລະ ມີທຶນສະໜັບສະໜູນຢ່າງຫຼວງຫຼາຍ. ສະນັ້ນ, ຕ້ອງໄດ້ສ້າງຄວາມເຂັ້ມແຂງ ເພື່ອເຂົ້າຫາແຫຼ່ງທຶນ ພ້ອມທັງຮັບປະກັນການນໍາໃຊ້ທຶນໃຫ້ມີປະສິດທິຜົນສູງ; (5) ໃຫ້ສືບຕໍ່ສົ່ງເສີມການຊື້-ຂາຍສິນເຊື່ອກາກບອນ ໂດຍສະເພາະຈາກປ່າໄມ້, ພະລັງງານສະອາດ ແລະ ອື່ນໆ ໂດຍການຈັດຕັ້ງຜັນຂະຫຍາຍດໍາລັດ ວ່າດ້ວຍສິນເຊື່ອກາກບອນໃຫ້ເປັນຮູບປະທໍາ ເພື່ອຮັບປະກັນການສ້າງຜົນປະໂຫຍດ ໃຫ້ແກ່ປະເທດຊາດຢ່າງແທ້ຈິງ;
4) ວຽກຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ: (1) ໃຫ້ຄົ້ນຄວ້າກົນໄກການຄຸ້ມຄອງນໍ້າ ໃຫ້ຊັດເຈນ ລະຫວ່າງ ຂະແໜງການທີ່ນໍາໃຊ້ນໍ້າ ເພື່ອຄວາມເອກະພາບ ແລະ ມີການຈັດສັນນໍ້າຢ່າງເໝາະສົມ ເຊັ່ນ: ນໍ້ານໍາໃຊ້ເຂົ້າໃນການອຸປະໂພກ ແລະ ບໍລິໂພກ, ການຜະລິດກະສິກໍາ ປູກຝັງ, ລ້ຽງສັດ, ຊົນລະປະທານ, ການປະມົງ, ອຸດສະຫະກໍາ, ຜະລິດໄຟຟ້າ, ການທ່ອງທ່ຽວ ແລະ ອື່ນໆ; (2) ສົມທົບ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປົກປັກຮັກສາແຫຼ່ງນໍ້າ ໂດຍສະເພາະ ປ່າຍອດນໍ້າ ພ້ອມທັງຄົ້ນຄວ້ານໍາໃຊ້ທ່າແຮງຈາກນໍ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ ແລະ ຍືນຍົງ; (3) ສຸມໃສ່ການຈັດຕັ້ງປະຕິບັດບັນດາແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ ທີ່ໄດ້ຮັບຮອງແລ້ວໃຫ້ມີປະສິດຜົນ ພ້ອມທັງສືບຕໍ່ສ້າງແຜນຄຸ້ມຄອງອ່າງນໍ້າຂະໜາດກາງໃຫ້ສໍາເລັດຕາມຄາດໝາຍ; (4) ຄຸ້ມຄອງໂຄງການ ແລະ ກິດຈະການຕ່າງໆ ບໍ່ໃຫ້ມີການປ່ອຍນໍ້າເປື້ອນລົງສູ່ແຫຼ່ງນໍ້າສາທາລະນະ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງສ້າງລະບົບບໍາບັດນໍ້າເປື້ອນຈາກຄົວເຮືອນ. ສໍາລັບ ວຽກງານອຸຕຸນິຍົມ, ອຸທົກກະສາດ ແລະ ກອງເລຂາຄະນະກໍາມະການແມ່ນໍ້າຂອງ ແຫ່ງຊາດ ກໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດ ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ 1995, ການປະຕິບັດຂະບວນກາານປຶກສາຫາລື ກ່ຽວກັບ ການແຈ້ງໃຫ້ຮູ້ລ່ວງໜ້າ ເພື່ອຮັບປະກັນໃຫ້ການພັດທະນາໂຄງການພະລັງນໍ້າ ຕາມລໍາແມ່ນໍ້າຂອງ ໄດ້ຖືກຈັດຕັ້ງປະຕິບັດຕາມແຜນການ, ສືບຕໍ່ຂະຫຍາຍ ແລະ ສ້າງຕາໜ່າງອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ກວມເອົາທຸກເຂດໃນທົ່ວປະເທດ ແລະ ຮັບປະກັນການບໍາລຸງຮັກສາໃຫ້ມີຄວາມຍືນຍົງ ແລະ ຫັນເປັນທັນສະໄໝ ເພື່ອຕອບສະໜອງໃນການລາຍງານສະພາບພະຍາກອນ ແລະ ແຈ້ງເຕືອນ ສະພາບອາກາດ, ລະດັບນໍ້າ ແລະ ແຜ່ນດິນໄຫວ ໃຫ້ສັງຄົມຮັບຊາບຢ່າງເປັນປົກກະຕິ, ມີຄວາມຊັດເຈນ ແລະ ທັນເຫດການຍິ່ງຂຶ້ນ ພ້ອມທັງຈັດຕັ້ງຜັນຂະຫຍາຍແຜນແມ່ບົດໃຫ້ມີປະສິດທິຜົນ;
5) ສໍາລັບ ວຽກງານອື່ນໆ ກໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມ ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2025 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວທີ່ຕິດພັນກັບຄວາມຮັບຜິດຊອບຂອງ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ທີ່ມາ: ໜ່ວຍຂ່າວ ກຊສ