ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ໃນລະຫວ່າງວັນທີ 30-31 ມັງກອນ 2025 ທີ່ຫ້ອງປະຊຸມໃຫຍ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານ ຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີ: ບັນດາທ່ານຄະນະນໍາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ປະທານ, ຮອງປະທານກຳມະທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ປະທານສະຫະພັນກຳມະບານລາວ, ອົງການທຽບເທົ່າກະຊວງ; ບັນດາຮອງລັດຖະມົນຕີຂອງບັນດາກະຊວງ; ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ມີຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ; ບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ບັນດາທ່ານ ຫົວໜ້າຂະແໜງການ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທົ່ວປະເທດ.

ພາຍຫຼັງ ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມແລ້ວ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງ ປີ 2025 ໂດຍຍົກໃຫ້ ເຫັນຜົນງານທີ່ຍາດມາໄດ້ ພ້ອມທັງຕີລາຄາ ໃຫ້ເຫັນ ຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ, ສາເຫດຕ່າງໆ ແລະ ບົດຮຽນຖອດຖອນໄດ້ ໂດຍສະເພາະບັນຫາທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານທີ່ດິນ, ສິ່ງແວດລ້ອມ, ນໍ້າ ແລະ ຊັບພະຍາກອນນ້ຳ, ການປ່ຽນແປງດິນຟ້າອາກາດ, ອຸຕຸນິຍົມ ແລະ ອຸທົກກະສາດ. ຜ່ານການ ຈັດຕັ້ງປະຕິບັດຕົວຈິງ ແລະ ບົດຮຽນຖອດຖອນໄດ້ ໃນປີຜ່ານມາ ກໍ່ໄດ້ມີການກຳນົດທິດທາງ, ກົນໄກການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າຢ່າງພາວະວິໃສ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ. ກອງປະຊຸມມື້ທີ່ໜຶ່ງນີ້ ຍັງໄດ້ຮັບຟັງການສະເໜີເນື້ອໃນຫຍໍ້ ຈາກບັນດາທ່ານຫົວໜ້າກົມພາຍໃນກະຊວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ການຂຶ້ນທະບຽນອອກໃບຕາດິນ, ການເຊົ່າ ແລະ ສຳປະທານທີ່ດິນ, ການ ຄຸ້ມຄອງສິ່ງແວດລ້ອມ ໂຄງການລົງທຶນ ແລະ ກິນຈະການຕ່າງໆ, ການຈັດຕັ້ງປະຕິບັດແຜນຄຸ້ມຄອງອ່າງຮັບນ້ຳ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ການຊື້-ຂາຍສິນເຊື່ອກາກບອນ, ການຈັດຕັ້ງປະຕິບັດວຽກງານຮັບຮູ້ສິດນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໃສ ແລະ ທຳການຜະລິດໃນເຂດທີ່ດິນປ່າໄມ້ ພ້ອມກັນ ນັ້ນ, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ຈາກການນຳຂອງບັນດາ ກະຊວງ, ອົງການ ແລະ ອົງການປົກຄອງແຂວງ, ທຸກຄຳຄິດຄຳເຫັນ ລ້ວນແຕ່ສ່ອງແສງໃຫ້ເຫັນບັນຫາທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຕົວຈິງ ພ້ອມທັງມີຂໍ້ສະເໜີແນະຕ່າງໆໃນການປັບປຸງແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ໃຫ້ມີປະສິດທິພາບ.

ພິເສດໃນມື້ທີສອງ(ວັນທີ 31 ມັງກອນ 2025), ກອງປະຊຸມແມ່ນຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ການປະຕິບັດວຽກງານຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຊຸມປີຕໍ່ໜ້າ ອີກດ້ວຍ.

ແຫຼ່ງຂ່າວຈາກ: ໜ່ວຍຂ່າວ ກຊສ

PHP Code Snippets Powered By : XYZScripts.com